lo_tn/gen/35/16.md

3.0 KiB

ເອຟຣາທາ

ນີ້ແມ່ນອີກຊື່ຫນຶ່ງຂອງເມືອງເບັດເລເຮມ.

ເຈັບ​ທ້ອງ​ຈະ​ອອກລູກ ນາງເຈັບທ້ອງຫລາຍ

"ນາງມີຄວາມຫຍຸ້ງຍາກຫລາຍໃນການເກີດລູກ"

ໃນຂະນະທີ່ນາງ​ໃກ້​ຈະເກີດແລ້ວນັ້ນ

"ເມື່ອຄວາມເຈັບປວດໃນການເກີດລູກນັ້ນຮ້າຍແຮງທີ່ສຸດ"

ນາງ​ຜະດຸງຄັນ

ບຸກຄົນທີ່ຊ່ວຍແມ່ຍິງໃນເວລາທີ່ນາງເກີດລູກ

ຂະນະທີ່ນາງກຳລັງຈະຕາຍ, ດ້ວຍລົມຫາຍໃຈຄັ້ງສຸດທ້າຍ​​

"ລົມຫາຍໃຈແຫ່ງຄວາມຕາຍ" ແມ່ນລົມຫາຍໃຈສຸດທ້າຍຂອງຄົນກ່ອນທີ່ລາວຈະຕາຍ. ອາດແປໄດ້ອີກວ່າ: "ກ່ອນນາງຕາຍ, ຍ້ອນວ່ານາງກຳລັງຫາຍໃຈຄັ້ງສຸດທ້າຍນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ເບັນໂອນີ

ຜູ້ແປອາດຈະເພີ່ມຄຳເວົ້າທີ່ມີຊື່ວ່າ "ຊື່ເບັນໂອນີ ມີຄວາມຫມາຍວ່າ 'ລູກຊາຍຂອງຄວາມໂສກເສົ້າຂອງຂ້ອຍ." (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ເບັນຢາມິນ

ຜູ້ແປອາດຈະເພີ່ມຫມາຍເຫດທີ່ວ່າ "ຊື່ເບັນຢາມິນ ມີຄວາມຫມາຍວ່າ 'ລູກຊາຍມືຂວາ.' ປະໂຫຍກທີ່ວ່າ "ມືຂວາ" ສະແດງເຖິງຕຳແຫນ່ງພິເສດສຳຄັນ.

ແລະ​ຖືກ​ຝັງໄວ້

ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ແລະພວກເຂົາໄດ້ຝັງນາງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ລະຫວ່າງ​ທາງ​ໄປ

"ຂ້າງທາງ"

ເປັນ​ເຄື່ອງຫມາຍ​ຫລຸມສົບຂອງ​ນາງ​ຣາເຊັນ​ມາເຖິງ​ເທົ່າ​ທຸກ​ວັນນີ້

"ມັນເປັນ​ເຄື່ອງຫມາຍ​ຫລຸມສົບຂອງ​ນາງ​ຣາເຊັນ​ ມາເຖິງ​ເທົ່າ​ທຸກ​ວັນນີ້"

ທຸກ​ວັນນີ້

"ເຖິງປະຈຸບັນ." ຫມາຍເຖິງເວລາທີ່ຜູ້ຂຽນກຳລັງຂຽນເລື່ອງນີ້.