lo_tn/gen/35/06.md

2.7 KiB

ລູເຊ

ນີ້ແມ່ນຊື່ຂອງເມືອງ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຊື່ນີ້ໃນ 28:18. (ເບິ່ງ: rc://*/ta/man/translate/translate-names)

ເອນ​ເບັດເອນ

ຜູ້ແປອາດຈະເພີ່ມຫມາຍເຫດທີ່ເວົ້າວ່າ: "ຊື່ ເອນ​ເບັດເອນ ຫມາຍຄວາມວ່າ 'ພຣະເຈົ້າຂອງເບັດເອນ.'" (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ທີ່ນັ້ນ​ພຣະເຈົ້າ​ໄດ້ຊົງປາກົດພຣະອົງເອງ​ແກ່​ເຂົາ

"ຢູ່ທີ່ນັ້ນພຣະເຈົ້າໄດ້ເຮັດໃຫ້ຕົວເອງ ເປັນທີ່ຮູ້ຈັກແກ່ຢາໂຄບ"

ເດໂບຣາ

ນີ້ແມ່ນຊື່ຂອງແມ່ຍິງຄົນຫນຶ່ງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ເອື້ອຍ​ລ້ຽງ​ຂອງ​ເຣເບກາ​

ເອື້ອຍລ້ຽງແມ່ນຜູ້ຍິງທີ່ດູແລລູກຂອງຜູ້ຍິງຄົນອື່ນ. ເອື້ອຍລ້ຽງໄດ້ເປັນທີ່ຍົກຍ້ອງ ແລະ ມີຄວາມສຳຄັນຕໍ່ຄົນໃນຄອບຄົວ.

ນາງໄດ້ຖືກ​ຝັງ​ໄວ້​ໃຕ້​ຕົ້ນ​ໂອ໊ກ​ທີ່​ຢູ່​ທາງ​ທິດ​ໃຕ້​ຂອງ​​ເບັດເອນ

ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ພວກເຂົາໄດ້ຝັງນາງລົງທີ່ເບັດເອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

​ຢູ່​ທາງ​ທິດ​ໃຕ້​ຂອງ​​ເບັດເອນ

ປະໂຫຍກທີ່ວ່າ "ລົງມາຈາກ" ຖືກໃຊ້ເພາະວ່າພວກເຂົາໄດ້ຝັງນາງຢູ່ບ່ອນທີ່ມີຄວາມສູງກວ່າເບັດເອນ.

ອັບໂລນບາຄູ

ຜູ້ແປອາດຈະເພີ່ມຫມາຍເຫດທີ່ເວົ້າວ່າ: "ຊື່ອັບໂລນບາຄູ ຫມາຍຄວາມວ່າ 'ຕົ້ນໂອກບ່ອນທີ່ມີສຽງຮ້ອງໄຫ້.' (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)