lo_tn/gen/35/04.md

3.9 KiB

ດັ່ງນັ້ນ ພວກເຂົາ​ຈຶ່ງໄດ້​ເອົາ​

"ສະນັ້ນທຸກຄົນໃນຄອບຄົວຂອງຢາໂຄບໄດ້ເອົາໃຫ້" ຫລື "ສະນັ້ນທຸກໆຄອບຄົວ ແລະ ຜູ້ຮັບໃຊ້ຂອງລາວໄດ້ເອົາໃຫ້"

ທີ່ມືຂອງ​ພວກເຂົາ

ໃນນີ້ຄຳວ່າ "ຢູ່ໃນມືຂອງພວກເຂົາ" ຫມາຍເຖິງສິ່ງທີ່ພວກເຂົາເປັນເຈົ້າຂອງ. ອາດແປໄດ້ອີກວ່າ: "ທີ່ຢູ່ໃນຄວາມຄອບຄອງຂອງພວກເຂົາ" ຫລື "ທີ່ພວກເຂົາມີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຕ້າງຫູທັງຫລາຍທີ່ຢູ່ທີ່ຫູຂອງພວກເຂົາ

"ຕຸ້ມຫູຂອງພວກເຂົາ". ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ຄຳ ທີ່ໃສ່ໃນຕຸ້ມສາມາດໃຊ້ເພື່ອເຮັດຮູບປັ້ນຕື່ມອີກ ຫລື 2) ພວກເຂົາເອົາຕຸ້ມຫູເຫລົ່ານີ້ອອກມາຈາກເມືອງຊີເຄມ ຫລັງຈາກພວກເຂົາໄດ້ໂຈມຕີ ແລະ ຂ້າຄົນທັງຫມົດໃນເມືອງນັ້ນ. ຕຸ້ມຫູຈະໄດ້ເຕືອນພວກເຂົາຈາກບາບຂອງພວກເຂົາ.

ພຣະເຈົ້າໄດ້ຊົງເຮັດໃຫ້​​ ຊາວ​ເມືອງ​ທັງຫລາຍທີ່ຢູ່ຮອບໆ​ເກີດ​ຄວາມ​ຢ້ານກົວ​ພວກເຂົາ

ພຣະເຈົ້າເຮັດໃຫ້ປະຊາຊົນໃນເມືອງຕ່າງໆຢ້ານກົວຢາໂຄບ ແລະ ຄອບຄົວຂອງລາວຖືກກ່າວເຖິງ ຄືກັບວ່າຄວາມຢ້ານກົວແມ່ນວັດຖຸທີ່ຕົກໃສ່ເມືອງຕ່າງໆ. ຄຳນາມທີ່ບໍ່ມີຕົວຕົນ "ຄວາມຢ້ານກົວ" ສາມາດຖືກກ່າວວ່າ "ຢ້ານກົວ." ອາດແປໄດ້ອີກວ່າ: "ພຣະເຈົ້າໄດ້ເຮັດໃຫ້ປະຊາຊົນໃນເມືອງອ້ອມຂ້າງຢ້ານກົວຢາໂຄບ ແລະ ຜູ້ທີ່ຢູ່ກັບລາວ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-abstractnouns]])

ຊາວ​ເມືອງ​ທັງຫລາຍ

ໃນນີ້ຄຳວ່າ "ເມືອງ" ຫມາຍເຖິງຄົນທີ່ອາໄສຢູ່ໃນເມືອງຕ່າງໆ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພວກລູກຊາຍຂອງຢາໂຄບ​

ມັນຫມາຍຄວາມວ່າບໍ່ມີໃຜໂຈມຕີຄົນໃນຄອບຄົວຂອງຢາໂຄບ. ແຕ່ລູກຊາຍສອງຄົນ, ຊີເມໂອນ ແລະ ເລວີ ໄດ້ໂຈມຕີພີ່ນ້ອງຊາວການາອານຂອງເມືອງ ຊີເຄມ ຫລັງຈາກລາວຂືນໃຈ ແລະໄດ້ນອນກັບລູກສາວຂອງຢາໂຄບ. ຢາໂຄບຢ້ານວ່າພວກເຂົາຈະແກ້ແຄ້ນໃນຂໍ້ 34:30. ອາດແປໄດ້ອີກວ່າ: "ຄອບຄົວຂອງຢາໂຄບ" ຫລື "ເຮືອນຂອງຢາໂຄບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)