lo_tn/gen/35/01.md

2.8 KiB

ຈົ່ງ​ໄປ​ທີ່​ເບັດເອນ

ປະໂຫຍກທີ່ວ່າ "ຂຶ້ນໄປ" ຖືກໃຊ້ເພາະວ່າເບັດເອນຕັ້ງຢູ່ບ່ອນສູງກວ່າລະດັບທີ່ຕັ້ງຂອງຊີເຄມ.

ຈົ່ງ​ສ້າງ​ແທ່ນບູຊາ​ຖວາຍ​ແກ່​ພຣະເຈົ້າທີ່ນັ້ນ

ພຣະເຈົ້າກ່າວກ່ຽວກັບຕົວເອງໃນບຸກຄົນທີສາມ.ອາດແປໄດ້ອີກວ່າ: "ສ້າງແທ່ນບູຊາຢູ່ທີ່ນັ້ນກັບເຮົາ, ພຣະເຈົ້າຂອງເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-123person)

​ໄດ້ເວົ້າກັບ​ຄົນ​ຢູ່​ໃນ​ຄົວເຮືອນຂອງເຂົາ

"ໄດ້ເວົ້າກັບຄອບຄົວຂອງເຂົາ"

ຈົ່ງ​ປະຖິ້ມ​ພະ​ຂອງ​ຄົນຕ່າງຊາດທັງຫລາຍ​ທີ່​ຢູ່ທ່າມກາງພວກເຈົ້າ​

"ຖິ້ມຮູບປັ້ນເຈົ້າ" ຫລື "ກຳຈັດພະປອມຂອງເຈົ້າ"

ຈົ່ງ​ຊຳລະ​ຕົວພວກເຈົ້າເອງ ແລະປ່ຽນເສື້ອຜ້າຂອງພວກເຈົ້າ

ນີ້ແມ່ນປະເພນີຂອງການຊຳລະລ້າງຕົນເອງທາງສິນລະທຳ ແລະ ຮ່າງກາຍກ່ອນທີ່ຈະໄປນະມັດສະການພຣະເຈົ້າ.

ປ່ຽນເສື້ອຜ້າຂອງພວກເຈົ້າ

ການໃສ່ເສື້ອຜ້າໃຫມ່ແມ່ນເຄື່ອງຫມາຍວ່າພວກເຂົາເຮັດໃຫ້ຕົວເອງສະອາດແລ້ວ ກ່ອນທີ່ຈະເຂົ້າຫາພຣະເຈົ້າ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-symaction)

ໃນວັນແຫ່ງຄວາມທຸກຍາກຂອງເຮົາ

ຄວາມຫມາຍທີ່ເປັນໄປໄດ້ສຳລັບ "ວັນ" ແມ່ນ 1) ມື້ທີ່ຍາໂຄບໄດ້ຫນີຈາກເອຊາວ ຫຼື 2) "ວັນ" ແມ່ນໄລຍະເວລາຫນຶ່ງທີ່ຢາໂຄບໂສກເສົ້າໃຈ. ອາດແປໄດ້ອີກວ່າ: "ເມື່ອຂ້ອຍຕົກຢູ່ໃນສະຖານະການທີ່ຫຍຸ້ງຍາກ" ຫລື "ເມື່ອຂ້ອຍຕົກຢູ່ໃນຄວາມທຸກຍາກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)