lo_tn/gen/34/30.md

4.0 KiB

ພວກເຈົ້າ​ໄດ້ນຳຄວາມລຳບາກມາ​ສູ່ເຮົາ

ການເຮັດໃຫ້ຜູ້ໃດຜູ້ຫນຶ່ງປະສົບບັນຫາຖືກກ່າວເຖິງ ຄືກັບວ່າບັນຫາແມ່ນສິ່ງຂອງທີ່ຖືກນຳມາວາງໃສ່ເທິງຄົນ. ອາດແປໄດ້ອີກວ່າ: "ສ້າງບັນຫາໃຫຍ່ໃຫ້ແກ່ຂ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຮັດໃຫ້ເຮົາເຊື່ອມຊາມລົງ ໃນຜູ້ທີ່ອາໄສໃນແຜ່ນດິນນັ້ນ

ການເຮັດໃຫ້ຜູ້ຄົນໃນເຂດອ້ອມຂ້າງກຽດຊັງຢາໂຄບ ເວົ້າຄືກັບວ່າພວກລູກຊາຍຂອງຢາໂຄບເຮັດໃຫ້ລາວມີກິ່ນເຫມັນຄາວ. ນີ້ສາມາດແປເປັນປະໂຫຍກໃຫມ່. ອາດແປໄດ້ອີກວ່າ: "ທ່ານໄດ້ເຮັດໃຫ້ຂ້ອຍເປັນທີ່ກຽດຊັງຂອງຄົນທີ່ອາໄສຢູ່ໃນດິນແດນນີ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຮົາມີຄົນຈຳນວນນ້ອຍ......​ມາຕໍ່ຕ້ານເຮົາ ແລະໂຈມຕີເຮົາ​ຈະ​ຕ້ອງຖືກ​ທຳລາຍ​, ເຮົາແລະຄົວເຮືອນຂອງເຮົາ​.

ນີ້ຄຳວ່າ "ຂ້ອຍ" ແລະ "ຕົວຂ້ອຍ" ຫມາຍເຖິງຄອບຄົວຂອງຢາໂຄບທັງ ຫມົດ. ຢ /າໂຄບພຽງແຕ່ເວົ້າວ່າ "ຂ້ອຍ" ຫລື "ຕົວຂ້ອຍ" ເພາະວ່າລາວເປັນຜູ້ນຳ. ອາດແປໄດ້ອີກວ່າ: "ຄອບຄົວຂອງຂ້ອຍນ້ອຍ ... ຕໍ່ສູ້ກັບພວກເຮົາ ແລະ ໂຈມຕີພວກເຮົາ, ຫລັງຈາກນັ້ນພວກເຂົາຈະທໍາລາຍພວກເຮົາທັງຫມົດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ລວມຕົວເປັນພວກດຽວກັນ​ມາຕໍ່ຕ້ານເຮົາ ແລະໂຈມຕີເຮົາ​ຈະ​ຕ້ອງຖືກ​ທຳລາຍ​, ເຮົາ ແລະຄົວເຮືອນຂອງເຮົາ​

"ສ້າງກອງທັບ ແລະ ໂຈມຕີຂ້ອຍ" ຫລື "ສ້າງກອງທັບ ແລະໂຈມຕີພວກເຮົາ"

ເຮົາ​ຈະ​ຕ້ອງຖືກ​ທຳລາຍ

ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ພວກເຂົາຈະທໍາລາຍຂ້ອຍ" ຫລື "ພວກເຂົາຈະທໍາລາຍພວກເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຄວນບໍທີ່ຊີເຄມໄດ້ກະທຳ​ຕໍ່​ນ້ອງສາວ​ຂອງ​ພວກເຮົາ​ເຫມືອນ​ຍິງໂສເພນີ​?

ຊີເມໂອນ ແລະ ເລວີໃຊ້ຄຳຖາມເພື່ອເນັ້ນຫນັກວ່າ ຊີເຄມເຮັດສິ່ງທີ່ບໍ່ຖືກຕ້ອງ ແລະ ສົມຄວນໄດ້ຮັບຄວາມຕາຍ. ອາດແປໄດ້ອີກວ່າ: "ຊີເຄມບໍ່ຄວນປະຕິບັດຕໍ່ນ້ອງສາວຂອງພວກເຮົາຄືກັບວ່າ ນາງເປັນໂສເພນີ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)