lo_tn/gen/34/18.md

2.0 KiB

ຄຳເວົ້າຂອງພວກເຂົາເຮັດໃຫ້ຮາໂມ ​ແລະ​ຊີເຄມລູກຊາຍຂອງເຂົາພໍໃຈ

ໃນນີ້ຄຳວ່າ “ຄຳເວົ້າ” ຫມາຍເຖິງສິ່ງທີ່ໄດ້ເວົ້າ. ອາດແປໄດ້ອີກວ່າ: "ຮາໂມ ແລະ ລູກຊາຍຂອງລາວຊີເຄມເຫັນດີກັບສິ່ງທີ່ພວກລູກຊາຍຂອງຢາໂຄບເວົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ທີ່ຈະປະຕິບັດຕາມໃນສິ່ງທີ່ພວກເຂົາໄດ້ເວົ້າ

"ເພື່ອຮັບພິທີຕັດ"

ລູກສາວຂອງຢາໂຄບ

"ນາງດີນາລູກສາວຂອງຢາໂຄບ"

ເພາະ​ວ່າ​ເຂົາໄດ້ເປັນຄົນ​ທີ່ໄດ້ຮັບກຽຕ​​ຫລາຍທີ່ສຸດ. ໃນບັນດາຄົນທັງຫລາຍໃນ​​ຄົວເຮືອນຂອງພໍ່ເຂົາ

ນີ້ສາມາດແປເປັນປະໂຫຍກໃຫມ່. ມັນສາມາດເວົ້າໄດ້ຊັດເຈນວ່າຊີເຄມຮູ້ວ່າຜູ້ຊາຍຄົນອື່ນໆຈະເຫັນດີທີ່ຈະເຂົ້າພິທີຕັດ ເພາະພວກເຂົານັບຖືລາວຫລາຍ. ອາດແປໄດ້ອີກວ່າ: "ຊີເຄມຮູ້ວ່າຜູ້ຊາຍທຸກຄົນໃນຄົວເຮືອນຂອງພໍ່ຂອງລາວຈະເຫັນດີກັບລາວ ເພາະວ່າລາວເປັນຄົນທີ່ຄົນອື່ນໃຫ້ກຽດຫລາຍທີ່ສຸດໃນບັນດາພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)