lo_tn/gen/34/11.md

2.4 KiB

ຊີເຄມໄດ້ເວົ້າກັບພໍ່ຂອງນາງ

"ຊີເຄມໄດ້ເວົ້າກັບຢາໂຄບພໍ່ຂອງດີນາ"

ຂໍໃຫ້ຂ້ານ້ອຍ​ເປັນທີ່ຊອບໃນສາຍຕາຂອງພວກທ່ານ, ແລະທ່ານຈະຮຽກຮ້ອງສິ່ງໃດຂ້ານ້ອຍກໍຈະໃຫ້

ໃນນີ້ຄຳວ່າ “ໃນສາຍຕາ” ຫມາຍເຖິງຄວາມຄິດ ຫລື ຄວາມຄິດເຫັນຂອງຄົນ. ອາດແປໄດ້ອີກວ່າ: "ຖ້າເຈົ້າຍອມຮັບຂ້ອຍ, ຂ້ອຍຈະໃຫ້ສິ່ງໃດກໍ່ຕາມທີ່ເຈົ້າຮ້ອງຂໍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຄ່າ​ດອງ​

ໃນບາງວັດທະນະທຳ, ມັນເປັນປະເພນີທີ່ຜູ້ຊາຍຈະເອົາເງິນ, ຊັບສິນ, ງົວ, ແລະຂອງຂວັນອື່ນໆໃຫ້ຄອບຄົວເຈົ້າສາວ ໃນເວລາແຕ່ງງານ.

ພວກ​ລູກຊາຍ​ຂອງ​ຢາໂຄບ​ໄດ້​ຕອບ​ຊີເຄມ ​ແລະ​ຮາໂມ​ພໍ່ຂອງເຂົາຢ່າງມີເລ້ຫລຽ່ມ

ຄຳ ນາມທີ່ບໍ່ມີຕົວຕົນ "ຫລອກລວງ" ສາມາດຖືກກ່າວເຖິງເປັນຄຳກິລິຍາ "ຕົວະ." ອາດແປໄດ້ອີກວ່າ: "ແຕ່ພວກລູກຊາຍຂອງຢາໂຄບໄດ້ຕົວະຊີເຄມ ແລະ ຮາໂມເມື່ອພວກເຂົາຕອບກັບພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ເພາະ​ຊີເຄມ​ໄດ້​ເຮັດ​ໃຫ້​ດີນາ

ນີ້ຫມາຍຄວາມວ່າຊີເຄມໄດ້ເຮັດສິ່ງເສຍຊື່ສຽງ ແລະ ຫນ້າອັບອາຍແກ່ດີນາໂດຍບັງຄັບໃຫ້ລາວນອນກັບລາວ. ເບິ່ງເພີ່ມເຕີມວິທີທີ່ທ່ານແປວ່າ "ເສື່ອມເສຍ" ໃນຂໍ້ 34: 4.