lo_tn/gen/34/01.md

2.7 KiB

ບັດນີ້

ຄຳນີ້ໃຊ້ເພື່ອຫມາຍພາກໃຫມ່ຂອງບົດເລື່ອງ.

ນາງ​ດີນາ

ນີ້ແມ່ນຊື່ຂອງລູກສາວຂອງເລອາ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຊື່ນີ້ໃນ 30:19. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ຊາວ​ຮີວີ

ນີ້ແມ່ນຊື່ຂອງກຸ່ມຄົນ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຄຳສັບຄ້າຍຄືກັນວ່າ "ຊາວຮີວີ" ໃນຂໍ້ 10: 15. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ເຈົ້າຊາຍຂອງແຜ່ນດິນ

ນີ້ແມ່ນການອ້າງອີງເຖິງຮາໂມບໍ່ແມ່ນຊີເຄມ. ເຊັ່ນດຽວກັນ, "ເຈົ້າຊາຍ" ທີ່ນີ້ບໍ່ໄດ້ຫມາຍເຖິງລູກຊາຍຂອງກະສັດ. ມັນຫມາຍຄວາມວ່າຮາໂມແມ່ນຜູ້ນໍາຂອງປະຊາຊົນໃນຂົງເຂດນັ້ນ.

ໄດ້ບັງຄັບ​ຂືນໃຈນາງ, ແລະໄດ້ຫລັບນອນກັບນາງ

ຊີເຄມໄດ້ຂືນໃຈນາງດີນາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-euphemism)

ເຂົາໄດ້ຫລົງໄຫລນາງດີນາ

"ລາວມີຄວາມສົນໃຈກັບນາງຫລາຍ". ເລື່ອງນີ້ເວົ້າກ່ຽວກັບຊີເຄມຮັກດີນາ ແລະ ຢາກຢູ່ກັບນາງຄືກັບວ່າມີບາງສິ່ງທີ່ບັງຄັບໃຫ້ລາວມາຫາດີນາ. ນີ້ສາມາດຖືກລະບຸໄວ້ໃນຮູບແບບການກະທຳ. ອາດຈະແປໄດ້ອີກວ່າ: "ລາວຕ້ອງການຢາກຢູ່ກັບດີນາຫລາຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-activepassive]])

​ໄດ້ເວົ້າຢ່າງອອ່ນໂຍນກັບ​ນາງ

ນີ້ຫມາຍເຖິງວ່າລາວເວົ້າດ້ວຍຄວາມຮັກ ທີ່ຈະເຮັດໃຫ້ນາງເຊື່ອວ່າລາວຮັກ ແລະ ລາວກໍ່ຢາກໃຫ້ນາງຮັກລາວເຊັ່ນກັນ.