lo_tn/gen/33/06.md

1.9 KiB

ຍິງຮັບໃຊ້

"ຜູ້ຮັບໃຊ້ຂອງເມຍ." ນີ້ຫມາຍເຖິງ ບີນຮານ ແລະ ຊີລະປາ.

ໄດ້ໂຄ້ງຄຳນັບ

ໃນນີ້ຫມາຍເຖິງການກົ້ມຕົວເພື່ອສະແດງຄວາມນັບຖື ແລະ ກຽດຕໍ່ຜູ້ໃດຜູ້ຫນຶ່ງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-symaction)

ເຈົ້າຫມາຍຄວາມວ່າຢ່າງໃດກັບບັນດາສິ່ງເຫລົ່ານີ້​ທີ່​ເຮົາໄດ້ເຫັນ?

ປະໂຫຍກທີ່ວ່າ "ທັງຫມົດເຫລົ່ານີ້" ຫມາຍເຖິງກຸ່ມຜູ້ຮັບໃຊ້ທີ່ຍາໂຄບສົ່ງໄປໃຫ້ຂອງຂວັນແກ່ເອຊາວ. ອາດແປໄດ້ອີກວ່າ: "ເປັນຫຍັງເຈົ້າຈຶ່ງສົ່ງກຸ່ມທັງຫມົດເຫລົ່ານັ້ນມາພົບຂ້ອຍ?"

ເພື່ອໃຫ້ເປັນທີ່ຊອບໃນສາຍຕາຂອງເຈົ້ານາຍຂອງຂ້ອຍ.

ໃນນີ້ຄຳວ່າ “ໃນສາຍຕາ” ແມ່ນຫມາຍເຖິງຄວາມຄິດ ຫລືຄວາມຄິດເຫັນຂອງຄົນ. ອາດແປໄດ້ອີກວ່າ: "ເພື່ອວ່າເຈົ້າ, ນາຍຂອງຂ້ອຍຈະພໍໃຈກັບຂ້ອຍ" (ເບິ່ງ: rc://*/ta/man/translate/figs-metonymy)

ເຈົ້ານາຍຂອງຂ້ອຍ

ປະໂຫຍກທີ່ວ່າ "ນາຍຂອງຂ້ອຍ" ແມ່ນວິທີທີ່ສຸພາບຂອງການກ່າວເຖິງເອຊາວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-123person)