lo_tn/gen/33/01.md

2.0 KiB

ເບິ່ງເຖີດ

ຄຳວ່າ "ເບິ່ງເຖີດ" ໃນນີ້ເຕືອນພວກເຮົາໃຫ້ເອົາໃຈໃສ່ກັບພາກໃຫມ່ຂອງບົດເລື່ອງທີ່ຫນ້າປະຫລາດໃຈ.

ຜູ້ຊາຍສີ່ຮ້ອຍຄົນ

"ຜູ້ຊາຍ 400 ຄົນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-numbers)

ຢາໂຄບໄດ້ແບ່ງ​ເດັກທັງຫລາຍ.....ຍິງຮັບໃຊ້

ນີ້ບໍ່ໄດ້ຫມາຍຄວາມວ່າຢາໂຄບ ໄດ້ແບ່ງແຍກເດັກນ້ອຍໃຫ້ເທົ່າກັນເພື່ອໃຫ້ຍິງຮັບໃຊ້ແຕ່ລະຄົນມີຈຳນວນເດັກນ້ອຍເທົ່າກັນ. ແຕ່ຢາໂຄບໄດ້ແບ່ງແຍກເດັກນ້ອຍແຕ່ລະຄົນ ຕາມແມ່ຂອງພວກເຂົາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຍິງຮັບໃຊ້

"ຜູ້ຮັບໃຊ້ຂອງເມຍ." ນີ້ຫມາຍເຖິງ ບີນຮານ ແລະ ຊີລະປາ.

ຕົວເຂົາ​ເອງ​ຢູ່ຂ້າງຫນ້າ​ພວກເຂົາ

ໃນນີ້ຄຳວ່າ “ຕົວເຂົາເອງ” ເນັ້ນຫນັກວ່າຢາໂຄບໄດ້ໄປຄົນດຽວກ່ອນຫນ້າຄົນອື່ນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rpronouns)

ເຂົາໄດ້ໂຄ້ງຄຳນັບລົງ

ໃນນີ້ຄຳວ່າ “ໂຄ້ງຄຳນັບ” ຫມາຍເຖິງການກົ້ມຕົວເພື່ອສະແດງຄວາມນັບຖື ແລະ ກຽດຕໍ່ຜູ້ໃດຜູ້ຫນຶ່ງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-symaction)