lo_tn/gen/32/09.md

4.4 KiB

ພຣະເຈົ້າ​ຂອງອັບຣາຮາມ,​ບັນພຣະບູຣຸດຂອງຂ້ານ້ອຍ,ແລະ​ພຣະເຈົ້າ​ຂອງ​ອີຊາກ,​ຜູ້​ເປັນ​ພໍ່​ຂອງ​ຂ້ານ້ອຍ, ພຣະຢາເວ

ນີ້ບໍ່ໄດ້ຫມາຍເຖິງພຣະເຈົ້າອົງອື່ນທີ່ຕ່າງກັນ, ແຕ່ວ່າແມ່ນພຣະເຈົ້າອົງດຽວທີ່ພວກເຂົານະມັດສະການ. ອາດແປໄດ້ອີກວ່າ: "ພຣະຢາເວ, ຜູ້ທີ່ເປັນພຣະເຈົ້າຂອງອັບຣາຮາມພໍ່ຕູ້ຂອງຂ້ອຍ ແລະ ອີຊາກພໍ່ຂອງຂ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ພຣະຢາເວຜູ້ໄດ້ກ່າວ​ກັບຂ້ານ້ອຍວ່າ, "ຈົ່ງກັບໄປ​ຍັງພູມລຳເນົາຂອງເຈົ້າ, ແລະ​ຍາດພີ່ນ້ອງ ຂອງເຈົ້າ ແລະ​ເຮົາຈະ​ໃຫ້​ເຈົ້າຈະເລີນຮຸ່ງເຮືອງ

ນີ້ແມ່ນຄຳເວົ້າທີ່ຢືມມາ. ມັນສາມາດຖືກກ່າວເປັນຄຳເວົ້າຢືມທາງອ້ອມ. ອາດແປໄດ້ອີກວ່າ: "ພຣະຢາເວ, ພຣະອົງຜູ້ທີ່ບອກຂ້ອຍໃຫ້ກັບຄືນໄປປະເທດຂອງຂ້ອຍ ແລະ ເຊື້ອສາຍຂອງຂ້ອຍ, ແລະພຣະອົງຈະເຮັດໃຫ້ຂ້ອຍຈະເລີນຮຸ່ງເຮືອງ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-quotesinquotes]] ແລະ [[rc:///ta/man/translate/figs-quotations]])

ພູມລຳເນົາຂອງເຈົ້າ

"ແລະຄອບຄົວຂອງເຈົ້າ"

​ເຮົາຈະ​ໃຫ້​ເຈົ້າຈະເລີນຮຸ່ງເຮືອງ

"​ເຮົາຈະ​ໃຫ້ສິ່ງດີແກ່ເຈົ້າ" ຫລື "ເຮົາ​ຈະເຮັດໃຫ້ເຈົ້າຈະເລີນຮຸ່ງເຮືອງ"

ຂ້ານ້ອຍ​ບໍ່​ມີຄ່າພໍ​ກັບ​ການກະທຳທັງສິ້ນຂອງ​ພຣະອົງ​ຕາມພັນທະສັນຍາແຫ່ງຄວາມສັດຊື່ ແລະຄວາມໄວ້ວາງໃຈທີ່ຊົງຄຸນຄ່າທັງຫມົດ​ທີ່​ພຣະອົງ​​ໄດ້​ຊົງກະທຳເພື່ອຜູ້ຮັບໃຊ້ຂອງພຣະອົງ

ຄຳນາມທີ່ບໍ່ມີຕົວຕົນ "ຄວາມຊື່ສັດ" ແລະ "ຄວາມຫນ້າເຊື່ອຖື" ສາມາດຖືກກ່າວເຖິງວ່າ "ຊື່ສັດ" ແລະ "ຈົງຮັກພັກດີ". ອາດແປໄດ້ອີກວ່າ: "ຂ້ານ້ອຍບໍ່ສົມຄວນສຳລັບພຣະອົງ ທີ່ຈະຮັກສາຄວາມສັດຊື່ຕໍ່ພັນທະສັນຍາຂອງພຣະອົງ ຫລື ເພື່ອພຣະອົງຈະຊື່ສັດຕໍ່ຂ້ານ້ອຍ, ຜູ້ຮັບໃຊ້ຂອງພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຜູ້ຮັບໃຊ້ຂອງພຣະອົງ

ນີ້ແມ່ນວິທີເວົ້າແບບສຸພາບຂອງການເວົ້າເຖິງ "ຕົນເອງ"

ດຽວນີ້ຂ້ານ້ອຍເປັນ​ຄົນ​​ສອງ​ເຜົ່າ

ໃນນີ້ “ຂ້ອຍໄດ້ກາຍເປັນ” ຫມາຍເຖິງສິ່ງທີ່ລາວມີໃນເວລານັ້ນ. ອາດແປໄດ້ອີກວ່າ: "ແລະຕອນນີ້ຂ້ອຍມີຄົນພຽງພໍ, ຝູງສັດລ້ຽງ ແລະ ຊັບສິນທີ່ມີຢູ່ກັບຂ້ອຍເພື່ອສ້າງຄ້າຍທີ່ພັກສອງແຫ່ງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)