lo_tn/gen/31/43.md

1.9 KiB

ແຕ່​ເຮົາຈະເຮັດຢ່າງໃດໃນວັນນີ້ເພື່ອ​ພວກລູກສາວຂອງເຮົາ, ຫລືເພື່ອລູກທັງຫລາຍຂອງ​ພວກ​ເຂົາທີ່ພວກເຂົາໄດ້ໃຫ້ເກີດມາ?

ລາບານໃຊ້ຄຳຖາມນີ້ເພື່ອເນັ້ນຫນັກວ່າ ບໍ່ມີສິ່ງໃດທີ່ລາວສາມາດເຮັດໄດ້. ຄຳຖາມທີ່ບໍ່ຫວັງຄຳຕອບນີ້ສາມາດແປເປັນ ຄຳເວົ້າ. ອາດແປໄດ້ອີກວ່າ: "ແຕ່, ບໍ່ມີສິ່ງໃດທີ່ຂ້ອຍສາມາດເຮັດໄດ້ເພື່ອນໍາເອົາລູກສາວ ແລະ ຫລານຂອງຂ້ອຍກັບມາຢູ່ກັບຂ້ອຍ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ມາເຖີດໃຫ້ເຮົາມາເຮັດ​ພັນທະສັນຍາ​ກັນ

ໃນນີ້ ຄຳວ່າ "ພະຍານ" ບໍ່ໄດ້ຫມາຍເຖິງບຸກຄົນໃດຫນຶ່ງ, ແຕ່ມັນຖືກໃຊ້ເປັນສັນຍາລັກ ແລະ ຫມາຍເຖິງພັນທະສັນຍາທີ່ຍາໂຄບ ແລະ ລາບານກຳລັງເຮັດຢູ່. ຄຳສັນຍາດັ່ງກ່າວນີ້ໄດ້ຖືກກ່າວເຖິງຄືກັບວ່າເປັນບຸກຄົນທີ່ມີຕົວຕົນໃນເວລາທີ່ພວກເຂົາເຫັນດີປະຕິບັດຢ່າງສະຫງົບສຸກຕໍ່ກັນ ແລະ ກັນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)