lo_tn/gen/31/41.md

3.2 KiB

ຂໍ້ມູນທົ່ວໄປ:

ຢາໂຄບສືບຕໍ່ເວົ້າກັບລາບານ.

ຊາວປີມານີ້

"20 ປີຜ່ານມາ" (See: rc://*/ta/man/translate/translate-numbers)

ສິບສີ່ປີ

"14 ປີ" (See: rc://*/ta/man/translate/translate-numbers)

ໄດ້ປັບປ່ຽນ​ຄ່າຈ້າງ​ຂອງຂ້ອຍ​ເຖິງ​ສິບ​ເທື່ອ

"ປ່ຽນສິ່ງທີ່ລາວເວົ້າວ່າລາວຈະຈ່າຍຄ່າແຮງງານໃຫ້ຂ້ອຍສິບເທື່ອ." ເບິ່ງເພີ່ມເຕີມວິທີທີ່ທ່ານແປ "ຄ່າຈ້າງຂອງຂ້ອຍ" ໃນຂໍ້ 31:7.

ຖ້າ​ພຣະເຈົ້າ​​ຂອງພໍ່ຂ້ອຍ, ພຣະເຈົ້າ​ຂອງ​ອັບຣາຮາມ, ​ແລະ​ພຣະອົງດຽວທີ່ອີຊາກເກງກົວ, ບໍ່ໄດ້​ສະຖິດ​ຢູ່​ນຳ​ຂ້ອຍ

ຢາໂຄບກຳລັງກ່າວເຖິງພຣະເຈົ້າອົງດຽວກັນບໍ່ໃຫ້ສາມພຣະເຈົ້າຕ່າງກັນ. ອາດແປໄດ້ອີກວ່າ: "ຖ້າພຣະເຈົ້າຂອງອັບຣາຮາມ ແລະ ອີຊາກພໍ່ຂອງຂ້ອຍບໍ່ໄດ້ຢູ່ກັບຂ້ອຍ"

ພຣະເຈົ້າ​​ຂອງພໍ່ຂ້ອຍ

ໃນນີ້ຄຳວ່າ "ພໍ່" ຫມາຍເຖິງອີຊາກພໍ່ຂອງລາວ.

ແລະ​ພຣະອົງດຽວທີ່ອີຊາກເກງກົວ

ໃນນີ້ຄຳວ່າ "ເກງກົວ" ຫມາຍເຖິງ "ຄວາມຢ້ານກົວຕໍ່ພຣະຢາເວ", ຊຶ່ງຫມາຍຄວາມວ່າໃຫ້ຄວາມເຄົາລົບນັບຖືພຣະອົງຢ່າງເລິກເຊິ່ງ ແລະ ສະແດງຄວາມເຄົາລົບນັ້ນໂດຍການເຊື່ອຟັງພຣະອົງ.

​ມື​ເປົ່າ​

ມື - ນີ້ຫມາຍເຖິງບໍ່ມີຫຍັງເລີຍ. ອາດແປໄດ້ອີກວ່າ: "ບໍ່ມີຫຍັງເລີຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພຣະເຈົ້າໄດ້ຊົງ​ເຫັນ​​ກ​ານກ​ົດຂີ່ຂົ່ມເຫັງຂອງຂ້ອຍ ແລະຂ້ອຍເຮັດ​ວຽກງານ​ຫນັກຢ່າງໃດ

ຄຳນາມທີ່ບໍ່ມີຕົວຕົນ "ການກົດຂີ່ຂົ່ມເຫັງ" ສາມາດຖືກກ່າວເຖິງວ່າ "ຖືກກົດຂີ່". ອາດແປໄດ້ອີກວ່າ: "ພຣະເຈົ້າໄດ້ເຫັນວ່າຂ້ອຍໄດ້ເຮັດວຽກ ຫນັກຫລາຍປານໃດ ແລະ ເຈົ້າໄດ້ກົດຂີ່ຂົ່ມເຫັງຂ້ອຍແນວໃດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)