lo_tn/gen/31/36.md

3.1 KiB

ເຂົາໄດ້ເວົ້າກັບເພິ່ນວ່າ

"ຢາໂຄບໄດ້ເວົ້າກັບລາບານ"

ຂ້ອຍ​ໄດ້​ເຮັດ​ຫຍັງ​ຜິດ? ຄວາມບາບຂອງຂ້ອຍ​ຄືຫຍັງ, ທີ່ທ່ານຕ້ອງຮີບດ່ວນຕິດ​ຕາມ​ຂ້ອຍ​ມາ?

ວະລີທີ່ວ່າ "ຄວາມຜິດຂອງຂ້ອຍແມ່ນຫຍັງ" ແລະ "ບາບຂອງຂ້ອຍແມ່ນຫຍັງ" ຄວາມຫມາຍໂດຍພື້ນຖານແລ້ວແມ່ນສິ່ງດຽວກັນ. ຍາໂຄບກຳລັງຂໍໃຫ້ລາບານ ຊີ້ໃຫ້ລາວຮູ້ວ່າລາວໄດ້ເຮັດສິ່ງທີ່ບໍ່ຖືກຕ້ອງ. ອາດຈະແປໄດ້ອິກວ່າ: "ຂ້ອຍໄດ້ເຮັດຫຍັງຜິດທີ່ເຈົ້າຄວນໄລ່ຂ້ອຍແບບນີ້?" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຕ້ອງຮີບດ່ວນຕິດ​ຕາມ​ຂ້ອຍ​ມາ

ໃນນີ້ຄຳວ່າ "ຮີບດ່ວນ" ຫມາຍຄວາມວ່າລາບານໄດ້ໄລ່ຢາໂຄບຢ່າງຮີບດ່ວນເພື່ອຈັບຕົວລາວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ທ່ານພົບອັນໃດ​ຂອງພວກເຄື່ອງໃຊ້ໃນຄົວເຮືອນທັງຫມົດ?

"ທ່ານພົບອັນໃດ​ທີ່ເປັນຂອງທ່ານ?

ນ​ຳພວກມັນ​ມາຕັ້ງໄວ້ທີ່ນີ້ ຕໍ່ຫນ້າຍາດ​ຂອງ​ຂ້ອຍ

ນີ້ຄຳວ່າ "ຂອງພວກເຮົາ" ຫມາຍເຖິງຍາດພີ່ນ້ອງຂອງຢາໂຄບ ແລະ ລວມທັງຍາດພີ່ນ້ອງຂອງລາບານ. ອາດແປໄດ້ອີກວ່າ: "ປະທຸກຢ່າງທີ່ເຈົ້າໄດ້ພົບເຫັນຢູ່ຕໍ່ຫນ້າຍາດພີ່ນ້ອງຂອງພວກເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-inclusive)

ເພື່ອທີ່ພວກເຂົາຈະໄດ້ຕັດສິນຄວາມລະຫວ່າງເຮົາທັງສອງຝ່າຍ

ປະໂຫຍກນີ້ “ລະຫວ່າງເຮົາສອງຄົນ” ຫມາຍເຖິງຢາໂຄບ ແລະລາບານ. ວະລີທີ່ວ່າ "ຕັດສິນຄວາມລະຫວ່າງ" ຫມາຍເຖິງການຕັດສິນໃຈວ່າຄົນໃດຊະນະໃນຄະດີຄວາມ. ອາດແປໄດ້ອີກວ່າ: "ພວກເຂົາຈະຕັດສິນລະຫວ່າງພວກເຮົາທັງສອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-inclusive)