lo_tn/gen/31/14.md

4.1 KiB

ຣາເຊັນ ແລະ​​ເລອາ​ໄດ້ຕອບ ແລະເວົ້າກັບ​ເພິ່ນ​ວ່າ

ນີ້ບໍ່ໄດ້ຫມາຍຄວາມວ່າພວກເຂົາເວົ້າໃນເວລາດຽວກັນ. ແຕ່ມັນເນັ້ນເຖິງວ່າພວກເຂົາໄດ້ຕົກລົງກັນ.

ຍັງ​ຈະມີສ່ວນໃດ ຫລືມໍຣະດົກ​​ເຫລືອ​ສຳລັບພວກເຮົາໃນບ້ານຂອງພໍ່​ອີກບໍ?

ຣາເຊັນ ແລະ ເລອາໃຊ້ຄຳຖາມນີ້ເພື່ອເນັ້ນຫນັກວ່າ ພໍ່ຂອງພວກເຂົາບໍ່ໄດ້ປະຫຍັງໄວ້ໃຫ້ພວກເຂົາເລີຍ. ອາດແປໄດ້ອີກວ່າ: "ມັນບໍ່ມີຫຍັງເຫລືອໄວ້ສຳລັບພວກເຮົາທີ່ຈະສືບທອດ ຈາກພໍ່ຂອງພວກເຮົາ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເພິ່ນ​ບໍ່ໄດ້ເຮັດກັບເຮົາ​ຄື​ຄົນຕ່າງຊາດບໍ?

ພວກເຂົາໃຊ້ຄຳຖາມເພື່ອສະແດງຄວາມໂກດແຄ້ນຂອງພວກເຂົາກ່ຽວກັບວິທີທີ່ພໍ່ຂອງພວກເຂົາປະຕິບັດກັບພວກເຂົາ. ປະໂຫຍກນີ້ຍັງສາມາດຖືກລະບຸໄວ້ໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ພໍ່ຂອງພວກເຮົາປະຕິບັດກັບພວກເຮົາ ຄືກັບແມ່ຍິງຕ່າງຊາດແທນທີ່ຈະປະຕິບັດເຫມືອນກັບເປັນລູກສາວ!" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-activepassive]])

ເພາະເພິ່ນໄດ້​ຂາຍ​ເຮົາ

ປະໂຫຍກນີ້ສາມາດເຮັດໃຫ້ມີຄວາມຊັດເຈນກວ່າ. ອາດແປໄດ້ອີກວ່າ: "ລາວໄດ້ຂາຍພວກເຮົາ ເພື່ອຜົນປະໂຫຍດຂອງຕົນເອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ໄ​ດ້ໃຊ້ເງິນຂອງເຮົາໄປຫມົດແລ້ວດ້ວຍ

ລາບານໃຊ້ເງິນຈົນຫມົດກ້ຽງ ເງິນທີ່ລາວຄວນຈະເອົາໃຫ້ແກ່ລູກສາວຂອງລາວເວົ້າປຽບທຽບຕົວລາບານ ເປັນເຫມືອນກັບສັດຮ້າຍທີ່ກັດກິນເງິນນັ້ນເປັນເຫມືອນອາຫານ. ອາດແປໄດ້ອີກວ່າ: "ລາວໄດ້ໃຊ້ເງິນຂອງພວກເຮົາຫມົດສິ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ດຽວນີ້ມັນເປັນ​ຂອງ​ພວກເຮົາ​ ແລະ​ລູກໆ ທັງຫລາຍຂອງພວກເຮົາ

"ເປັນ​ຂອງ​ພວກເຮົາ​ ແລະ​ລູກໆ ທັງຫລາຍຂອງພວກເຮົາ"

ບັດນີ້

ໃນນີ້ຄຳວ່າ "ບັດນີ້" ບໍ່ໄດ້ຫມາຍຄວາມວ່າ "ໃນເວລານີ້," ແຕ່ຖືກນຳໃຊ້ເພື່ອເນັ້ນຄວາມສົນໃຈຕໍ່ຈຸດສຳຄັນທີ່ຕິດຕາມມາ.

ທ່ານຈົ່ງ​ເຮັດ​ໃນສິ່ງ​ທີ່​ພຣະເຈົ້າ​ໄດ້​ບອກ​ທ່ານເຖີດ

"ຈົ່ງ​ເຮັດ​ທຸກສິ່ງ​ທີ່​ພຣະເຈົ້າ​ໄດ້​ບອກ​ທ່ານເຖີດ"