lo_tn/gen/31/01.md

2.5 KiB
Raw Permalink Blame History

ຂະນະນັ້ນ

ຄຳສັບນີ້ຖືກນຳໃຊ້ໃນທີ່ນີ້ ເພື່ອຫມາຍເຖິງການຢຸດພັກໃນບົດເລື່ອງຫລັກ. ໃນນີ້ນັກຂຽນເລີ່ມບອກພາກສ່ວນໃຫມ່ຂອງບົດເລື່ອງ.

ຢາໂຄບ​ໄດ້ຍິນ​ຖ້ອຍຄຳຂອງພວກ​ລູກຊາຍ​ຂອງ​ລາບານ

ໃນນີ້ຄຳວ່າ "ຖ້ອຍຄຳ" ຫມາຍເຖິງສິ່ງທີ່ພວກເຂົາກຳລັງເວົ້າ. ອາດແປໄດ້ອີກວ່າ: "ຢາໂຄບໄດ້ຍິນວ່າລູກຊາຍຂອງລາບານກຳລັງເວົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຢາໂຄບ​ໄດ້​ເອົາ​ທຸກສິ່ງ​ທີ່​ເປັນ​ຂອງ​ພໍ່​ພວກເຮົາ​ໄປ

ພວກລູກຊາຍຂອງລາບານໄດ້ເວົ້າເກີນຄວາມຈິງ ເພາະວ່າພວກເຂົາໃຈຮ້າຍ. ອາດແປໄດ້ອີກວ່າ: "ທຸກສິ່ງທີ່ຢາໂຄບໄດ້ຄອບຄອງແມ່ນເປັນຂອງພໍ່ຂອງພວກເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-hyperbole)

ຢາໂຄບໄດ້​ເຫັນ​ທ່າທີ​ຂອງ​ລາບານ. ເຂົາໄດ້ເຫັນວ່າຄວາມຄິດຂອງລາບານທີ່​ມີ​ຕໍ່​ຕົນ​ນັ້ນ​ໄດ້ປ່ຽນແປງໄປ

ປະໂຫຍກທັງສອງນີ້ມີຄວາມຫມາຍຄືກັນໂດຍພື້ນຖານ. ຂໍ້ທີສອງອະທິບາຍເຖິງຮູບລັກສະນະທີ່ຢາໂຄບເຫັນຢູ່ເທິງໃບຫນ້າຂອງລາບານ. ອາດແປໄດ້ອີກວ່າ: "ຢາໂຄບໄດ້ສັງເກດເຫັນວ່າ ລາບານບໍ່ພໍໃຈກັບລາວອີກຕໍ່ໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ບັນພະບຸຣຸດຂອງເຈົ້າ

"ອີຊາກພໍ່ຂອງເຈົ້າ ແລະ ອັບຣາຮາມພໍ່ຕູ້ຂອງເຈົ້າ"