lo_tn/gen/28/14.md

4.2 KiB

ຂໍ້ມູນທົ່ວໄປ:

ພຣະເຈົ້າສືບຕໍ່ເວົ້າກັບຢາໂຄບໃນຄວາມຝັນ.

ເຊື້ອສາຍທັງຫລາຍ​ຂອງ​ເຈົ້າ​ຈະ​ມີ​ຫລວງຫລາຍ​ດັ່ງ​ຂີ້ຝຸ່ນ​ດິນ

ພຣະເຈົ້າປຽບທຽບລູກຫລານຂອງຢາໂຄບເປັນເຫມືອນກັບຂີ້ຝຸ່ນຂອງແຜ່ນດິນໂລກ ເພື່ອເນັ້ນເຖິງຈຳນວນຫລວງຫລາຍຂອງພວກເຂົາ. ອາດແປໄດ້ອີກວ່າ: "ທ່ານຈະມີລູກຫລານຫລາຍກວ່າ ທີ່ທ່ານສາມາດນັບໄດ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ແລະ ເຈົ້າຈະ​ແຜ່ກວ້າງໄກອອກໄປ​ຍັງ​ທິດຕາເວັນຕົກ

ໃນນີ້ຄຳວ່າ "ເຈົ້າ" ແມ່ນຫມາຍເຖິງເຊື້ອຂອງຢາໂຄບ. ມີພຽງແຕ່ຊື່ຂອງຢາໂຄບທີ່ຖືກເວົ້າເຖີງ ເນື່ອງຈາກລາວເປັນຜູ້ນຳ ໃນຄອບຄົວ. ອາດແປໄດ້ອີກວ່າ: "ແລະລູກຫລານຂອງທ່ານ ຈະແຜ່ຂະຫຍາຍໄປທາງທິດຕາເວັນຕົກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ເຈົ້າຈະ​ແຜ່ກວ້າງໄກອອກໄປ​

ປະໂຫຍກນີ້ຫມາຍຄວາມເຖີງປະຊາຊົນຈະຂະຫຍາຍເຂດແດນຂອງພວກເຂົາ ແລະ ຍຶດຄອງດິນແດນຕື່ມອີກ.

ໄປຍັງທິດຕາເວັນຕົກ, ທິດຕາເວັນອອກ, ທິດເຫນືອ, ແລະທິດໃຕ້

ວະລີນີ້ຖືກໃຊ້ຮ່ວມກັນເພື່ອຫມາຍເຖິງ "ທຸກທິດທາງ." ອາດແປໄດ້ອີກວ່າ: "ໃນທຸກທິດທາງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ໂດຍ​ຜ່ານ​ທາງ​ເຈົ້າ ແລະ ບັນດາ​ເຊື້ອສາຍ​ຂອງ​ເຈົ້າທຸກຄອບຄົວຂອງແຜ່ນດິນຈະໄດ້​ຮັບພອນ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ຂ້ອຍຈະອວຍພອນທຸກໆຄອບຄົວ ເທິງແຜ່ນດິນໂລກຜ່ານເຈົ້າ ແລະ ລູກຫລານຂອງເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ເບິ່ງເຖີດ

ສິ່ງນີ້ເພີ່ມຄວາມເອົາໃຈໃສ່ຕໍ່ສິ່ງທີ່ຈະເວົ້າຕໍ່ໄປ. ອາດແປໄດ້ອີກວ່າ: "ເບິ່ງ" ຫລື "ຟັງ" ຫລື "ເອົາໃຈໃສ່ກັບສິ່ງທີ່ຂ້ອຍກຳລັງຈະບອກເຈົ້າ"

ເຮົາ​ຈະ​ຢູ່​ກັບເຈົ້າ​, ແລະ ​ເຮົາຈະປົກປັກ​ຮັກສາ​ເຈົ້າ

"ເພາະເຮົາຈະບໍ່ປະຖີ້ມເຈົ້າຈົນກວ່າ ເຮົາຈະເຮັດທຸກຢ່າງສຳເລັດ"

​ເຮົາຈະປົກປັກ​ຮັກສາ​ເຈົ້າ

"ເຮົາຈະຮັກສາເຈົ້າໃຫ້ປອດໄພ" ຫລື "ເຮົາຈະປົກປ້ອງເຈົ້າ"

ເຮົາ​ຈະ​ໃຫ້​ເຈົ້າ​ກັບ​ມາ​ຢູ່​ໃນ​ດິນແດນ​ນີ້

"ເຮົາ​ຈະ​ໃຫ້​ເຈົ້າ​ກັບ​ມາ​ ຢູ່​ໃນ​ດິນແດນ​ນີ້ອີກ"