lo_tn/gen/28/03.md

3.0 KiB

ຂໍ້ມູນທົ່ວໄປ:

ອີຊາກສືບຕໍ່ເວົ້າກັບຢາໂຄບ

ເຮັດໃຫ້​ເຈົ້າເກີດຜົນ ແລະ ​ມີ​ລູກ​ຢ່າງ​ຫລວງຫລາຍ

ຄຳວ່າ “ທະວີຄູນ” ອະທິບາຍເຖິງວິທີທີ່ພຣະເຈົ້າ ຈະເຮັດໃຫ້ຢາໂຄບເກີດ ”ຫມາກຜົນ”. ອາດແປໄດ້ອີກວ່າ: "ໃຫ້ເຈົ້າມີລູກດົກແລະ ມີເຊື້ອສາຍໃຫຍ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ຂໍໃຫ້​ພຣະອົງ​ປຣະທານຄຳອວຍພອນ​ຂອງອັບຣາຮາມແກ່ເຈົ້າ, ​ແລະ​ແກ່ບັນດາເຊື້ອສາຍ​ທັງຫລາຍຂອງ​ເຈົ້າ ຫລັງຈາກເຈົ້າ

ໃນນີ້ເວົ້າກ່ຽວກັບການໃຫ້ພອນແກ່ຜູ້ໃດຜູ້ຫນຶ່ງຄືກັບວ່າ ຄຳອວຍພອນແມ່ນຈຸດປະສົງຫນຶ່ງທີ່ຄົນເຮົາສາມາດໃຫ້ໄດ້. ຄຳນາມທີ່ບໍ່ມີຕົວຕົນ "ການອວຍພອນ" ສາມາດເວົ້າໄດ້ວ່າ "ອວຍພອນໃຫ້." ອາດແປໄດ້ອີກວ່າ: "ຂໍໃຫ້ພຣະເຈົ້າອວຍພອນໃຫ້ເຈົ້າ ແລະ ລູກຫລານຂອງເຈົ້າດັ່ງທີ່ລາວໄດ້ອວຍພອນອັບຣາຮາມ" ຫລື "ຂໍໃຫ້ພຣະເຈົ້າໃຫ້ເຈົ້າ ແລະ ລູກຫລານຂອງເຈົ້າຕາມທີ່ພຣະອົງໄດ້ສັນຍາໄວ້ກັບອັບຣາຮາມ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-abstractnouns]])

ເຈົ້າ​ຈະໄດ້​ເປັນ​ກຳມະສິດ​ດິນແດນ​ທີ່​ເຈົ້າ​ອາໄສຢູ່​

ພຣະເຈົ້າໃຫ້ແຜ່ນດິນການາອານແກ່ຍາໂຄບ ແລະ ລູກຫລານຂອງລາວ ເວົ້າຄືກັບວ່າລູກສືບທອດເງິນ ຫລື ຊັບສິນຈາກພໍ່ຂອງລາວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ດິນແດນ​ທີ່​ເຈົ້າ​ອາໄສຢູ່

"ແຜ່ນດິນບ່ອນທີ່ເຈົ້າໄດ້ພັກຢູ່"

ຊຶ່ງ​ພຣະເຈົ້າ​ໄດ້​ມອບ​ໃຫ້ແກ່​ອັບຣາຮາມເປັນມໍຣະດົກ

"ຊຶ່ງ​ພຣະເຈົ້າ​ໄດ້​ສັນຍາແກ່​ອັບຣາຮາມ"