lo_tn/gen/27/46.md

1.9 KiB

ຂ້ອຍ​ເບື່ອຊີວິດ

ນາງເຣເບກາເວົ້າເກີນຄວາມເປັນຈິງ ເພື່ອເນັ້ນຫນັກວ່ານາງມີຄວາມເສົ້າສະຫລົດໃຈຫລາຍປານໃດຕໍ່ພວກຜູ້ຍິງຊາວຮິດຕີ ທີ່ເອຊາວໄດ້ແຕ່ງງານນຳ. ອາດແປໄດ້ອີກວ່າ: "ຂ້ອຍຮູ້ສຶກອຸກໃຈຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-hyperbole)

ລູກສາວທັງຫລາຍຂອງຊາວຮິດຕີ​

"ຍິງສາວຊາວຮິດຕີ​" ຫລື "ເຊື້ອສາຍຂອງຮິດຕີ"

​ເຫມືອນຜູ້ຍິງເຫລົ່ານີ້, ລູກສາວຂອງແຜ່ນດິນນີ້ບາງຄົນ

ວະລີທີ່ວ່າ "ລູກສາວຂອງແຜ່ນດິນ" ຫມາຍເຖິງຍິງຄົນທ້ອງຖິ່ນ. ອາດແປໄດ້ອີກວ່າ: "ຄືກັນກັບແມ່ຍິງເຫລົ່ານີ້ ທີ່ອາໄສຢູ່ໃນດິນແດນນີ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຊີວິດຂອງ​ຂ້ອຍ​ຈະມີປະໂຫຍດຫຍັງ?

ນາງເລເບກາໃຊ້ຄຳຖາມເພື່ອເນັ້ນຫນັກວ່າ ນາງຈະຮູ້ສຶກເສົ້າໃຈຫລາຍປານໃດຖ້າຍາໂຄບແຕ່ງງານກັບຜູ້ຍິງຊາວຮິດຕີ. ອາດແປໄດ້ອີກວ່າ: "ຊີວິດຂອງຂ້ອຍຈະເປັນເຫມືອນຕົກລາຮົກ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)