lo_tn/gen/27/39.md

3.3 KiB

ເພິ່ນໄດ້ຕອບ

"ໄດ້ເວົ້າກັບເອຊາວ"

ເບິ່ງເຖີດ

ສິ່ງນີ້ເພີ່ມຄວາມສຳຄັນຕໍ່ສິ່ງທີ່ອີຊາກເວົ້າຕໍ່ໄປ. ອາດແປໄດ້ອີກວ່າ: "ຈົ່ງຟັງ" ຫລື "ເອົາໃຈໃສ່ກັບສິ່ງທີ່ຂ້ອຍກຳລັງຈະບອກເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

​ຢູ່ຫ່າງໄກ​ຈາກ​ຄວາມອຸດົມສົມບູນ ​ແລະ ​ຮັ່ງມີຂອງແຜ່ນດິນ

ນີ້ແມ່ນຮູບແບບການເວົ້າໂດຍອ້າງອີງໃສ່ ຄວາມອຸດົມສົມບູນຂອງໂລກ. ອາດແປໄດ້ອີກວ່າ: "ໄກຈາກດິນທີ່ອຸດົມສົມບູນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຂອງເຈົ້າ....ເຈົ້າ

ໃນຂໍ້ 27: 39-40 ຄຳແທນນາມເຫລົ່ານີ້ແມ່ນຄຳຄີກ ແລະ ຫມາຍເຖີງເອຊາວ, ແຕ່ສິ່ງທີ່ອີຊາກເວົ້າຍັງ ຫມາຍເຖິງລູກຫລານຂອງເອຊາວນຳອີກ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche).

ຄວາມ​ຊຸ່ມເຢັນທີ່​ສະຫວັນ

"ນໍ້າຄ້າງ" ແມ່ນນໍ້າທີ່ໄຫຼລົງມາທີ່ຕົ້ນໄມ້ໃນເວລາກາງຄືນ. ສິ່ງນີ້ສາມາດເວົ້າໃຫ້ຊັດເຈນໄດ້. ອາດແປໄດ້ອີກວ່າ: "ຄວາມມືດໃນຕອນກາງຄືນຈາກທ້ອງຟ້າ ຈະຫົດຜົນລະປູກຂອງເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ເຈົ້າຈະມີຊີວິດ​ຢູ່ໄດ້ດ້ວຍດາບຂອງ​ເຈົ້າ

ໃນນີ້ຄຳວ່າ “ດາບ” ຫມາຍເຖິງຄວາມຮຸນແຮງ. ອາດແປໄດ້ອີກວ່າ: "ເຈົ້າຈະລັກ ແລະ ຂ້າຄົນເພື່ອຈະໄດ້ສິ່ງທີ່ເຈົ້າຕ້ອງການເພື່ອດຳລົງຊີວິດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເຈົ້າ​ຈະ​ປົດແອກຂອງເຂົາ​​ອອກຈາກ​ຄໍຂອງເຈົ້າ​ໄດ້

ສິ່ງນີ້ເວົ້າກ່ຽວກັບໃຜຜູ້ຫນຶ່ງທີ່ມີເຈົ້ານາຍ ເປັນຜູ້ຄວບຄຸມບຸກຄົນນັ້ນ ເປັນແອກທີ່ຄົນນັ້ນຕ້ອງແບກຫາບ. ອາດແປໄດ້ອີກວ່າ: "ທ່ານຈະເປັນອິດສະຫລະຈາກການຄວບຄຸມຂອງລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)