lo_tn/gen/27/36.md

3.5 KiB

ຜູ້ທີ່ເຮັດບໍ່ຖືກຕ້ອງນີ້ຄືຢາໂຄບບໍ່ແມ່ນບໍ?

ເອຊາວໃຊ້ຄຳຖາມເພື່ອເນັ້ນຫນັກເຖິງຄວາມໂກດແຄ້ນຂອງລາວ ຕໍ່ຢາໂຄບ. ອາດແປໄດ້ອີກວ່າ: "ຢາໂຄບແມ່ນຊື່ທີ່ຖືກຕ້ອງສຳລັບອ້າຍຂອງຂ້ອຍ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຢາໂຄບ

ຜູ້ແປອາດຈະເພີ່ມຫມາຍເຫດທີ່ເວົ້າວ່າ: "ຊື່ຢາໂຄບຫມາຍຄວາມວ່າ 'ລາວຈັບສົ້ນຕີນ.' ໃນພາສາເດີມຊື່ວ່າ 'ຢາໂຄບ' ຍັງມີສຽງຄ້າຍຄືຄຳວ່າ 'ລາວຫລອກລວງ.' "

ເຂົາໄດ້ເອົາ......ຄຳອວຍພອນ

ຄຳນີ້ເວົ້າກ່ຽວກັບສິດທິລູກຫົວປີຖືກກ່າວເຖີງ ຄືກັບວ່າມັນເປັນວັດຖຸທີ່ຄົນເຮົາສາມາດເອົາໄປໄດ້. ອາດແປໄດ້ອີກວ່າ: "ລາວໄດ້ຫລອກລວງຂ້ອຍເພື່ອລັກເອົາມໍລະດົກສອງຢ່າງທີ່ຂ້ອຍຄວນໄດ້ຮັບ ຈາກການເປັນລູກຊາຍກົກ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ບັດນີ້​ເຂົາ​ໄດ້​ເອົາຄຳອວຍ​ພອນ​ຂອງ​ລູກ​ໄປ​ອີກ

ສິ່ງນີ້ເວົ້າກ່ຽວກັບພອນຄືກັບວ່າມັນເປັນວັດຖຸທີ່ຄົນນັ້ນ ສາມາດເອົາໄປໄດ້. ອາດຈະແປໄດ້ອີກວ່າ: "ດຽວນີ້ລາວໄດ້ຫລອກລວງເຈົ້າໃຫ້ເປັນພອນໃຫ້ລາວແທນຂ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ບໍ່ມີ​ຄຳອວຍພອນ​ຈັກ​ຢ່າງ​ເຫລືອ​ໄວ້​ໃຫ້​ລູກ​ອີກ​ແດ່​ບໍ?

ເອຊາວຮູ້ວ່າພໍ່ຂອງລາວບໍ່ສາມາດອວຍພອນໃຫ້ລາວ ກັບສິ່ງດຽວກັນກັບທີ່ລາວໄດ້ອວຍພອນ ຢາໂຄບ. ເອຊາວກຳລັງຖາມຖ້າມີສິ່ງໃດທີ່ອີຊາກສາມາດອວຍພອນໃຫ້ແກ່ລາວໄດ້ອີກ ເຊິ່ງເປັນຄຳອວຍພອນທີ່ບໍ່ໄດ້ໃຫ້ແກ່ ຢາໂຄບ.

ລູກຊາຍຂອງພໍ່ເອີຍ​ ພໍ່​ຈະ​ສາມາດເຮັດສິ່ງໃດຫລາຍກວ່ານີ້ສຳລັບເຈົ້າ​ໄດ້​ບໍ?

ອີຊາກໃຊ້ຄຳຖາມເພື່ອເນັ້ນຫນັກວ່າບໍ່ມີສິ່ງອື່ນໃດ ທີ່ລາວສາມາດເຮັດໄດ້ອີກແລ້ວ. ອາດແປໄດ້ອີກວ່າ: "ບໍ່ມີຫຍັງອີກທີ່ພໍ່ສາມາດເຮັດໄດ້ສຳລັບເຈົ້າ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)