lo_tn/gen/27/29.md

3.4 KiB

ເຈົ້າ....ຂອງເຈົ້າ

ໃນນີ້ຄຳນາມເຫລົ່ານີ້ແມ່ນຄຳຄີກ ແລະ ຫມາຍເຖິງຢາໂຄບ. ແຕ່ພອນນັ້ນຍັງໃຊ້ໄດ້ກັບລູກຫລານຂອງຍາໂຄບເຊັ່ນກັນ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-you]] ແລະ [[rc:///ta/man/translate/figs-synecdoche]])

ປະຊາຊາດທັງຫລາຍໂຄ້ງຄຳນັບ

ໃນນີ້ຄຳວ່າ “ປະຊາຊາດ” ຫມາຍເຖິງປະຊາຊົນ. ອາດແປໄດ້ອີກວ່າ: "ປະຊາຊົນຈາກທຸກປະເທດກົ້ມຫົວລົງຄຳນັບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ໂຄ້ງຄຳນັບ

ນີ້ຫມາຍຄວາມວ່າການກົ້ມຕົວຄຳນັບ ເພື່ອສະແດງຄວາມເຄົາລົບ ແລະ ກຽດຕິຍົດຕໍ່ຜູ້ໃດຜູ້ຫນຶ່ງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-symaction)

ເປັນເຈົ້ານາຍເຫນືອພີ່ນ້ອງທັງຫລາຍຂອງເຈົ້າ

"ເປັນເຈົ້ານາຍເຫນືອພີ່ນ້ອງທັງຫລາຍຂອງເຈົ້າ"

ພີ່ນ້ອງທັງຫລາຍຂອງເຈົ້າ.......ລູກຊາຍທັງຫລາຍຂອງແມ່​ເຈົ້າ

ອີຊາກ ກຳລັງກ່າວພອນນີ້ໂດຍກົງຕໍ່ຍາໂຄບ. ແຕ່, ມັນຍັງໃຊ້ກັບລູກຫລານຂອງຢາໂຄບ ຜູ້ທີ່ຈະປົກຄອງລູກຫລານຂອງເອຊາວ ແລະ ລູກຫລານຂອງອ້າຍນ້ອງຂອງຢາໂຄບ ຜູ້ອື່ນທີ່ລາວອາດຈະມີ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ແລະ ຂໍໃຫ້ລູກຊາຍທັງຫລາຍຂອງແມ່​ເຈົ້າ ໂຄ້ງ​ຄຳນັບ​ໃຫ້ແກ່ເຈົ້າ​

"ແລະ ລູກຊາຍທັງຫລາຍຂອງແມ່​ເຈົ້າຈະໂຄ້ງ​ຄຳນັບ​ເຈົ້າ​"

​ຂໍໃຫ້ທຸກ ຄົນທີ່​ສາບແຊ່ງ​ເຈົ້າຖືກ​ສາບແຊ່ງ

ປະໂຫຍກນີ້ສາມາດຖືກກ່າວເປັນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ຂໍໃຫ້ພຣະເຈົ້າສາບແຊ່ງທຸກຄົນ ທີ່ສາບແຊ່ງທ່ານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຂໍໃຫ້ທຸກຄົນທີ່ອວຍພອນ​ເຈົ້າໄດ້​ຮັບ​ການອວຍພຣະພອນ​

ປະໂຫຍກນີ້ສາມາດຖືກກ່າວເປັນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ຂໍໃຫ້ພຣະເຈົ້າອວຍພອນທຸກຄົນ ທີ່ອວຍພອນທ່ານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)