lo_tn/gen/27/05.md

4.2 KiB
Raw Permalink Blame History

ບັດນີ້

ຄຳວ່າ “ບັດນີ້” ສະແດງໃຫ້ເຫັນການປ່ຽນແປງທີ່ເນັ້ນຫນັກເຖິງນາງເຣເບກາ ແລະ ຍາໂຄບ. (ເບິ່ງເພີ່ມເຕີມ: rc://*/ta/man/translate/writing-background).

ເຣເບກາ​ໄດ້ຍິນເລື່ອງລາວທີ່​ອີຊາກໄດ້ເວົ້າກັບ​ເອຊາວ​ລູກຊາຍຂອງເຂົາ

"ເຣເບກາ​ໄດ້ຍິນ​ອີຊາກກຳລັງເວົ້າກັບ​ ເອຊາວ​ລູກຊາຍຂອງເຂົາ"

ເອຊາວໄດ້ອອກ​ໄປ... ນຳກັບມາ

ຄຳເວົ້າທີ່ວ່າ "ດັ່ງນັ້ນເມື່ອ" ໄດ້ຖືກເພີ່ມຢູ່ທີ່ນີ້ ເພື່ອສະແດງໃຫ້ເຫັນວ່ານາງເຣເບກາເວົ້າກັບຢາໂຄບ ກ່ຽວກັບສິ່ງທີ່ນາງໄດ້ຍິນ, ແລະນາງກຳລັງເວົ້າກັບລາວໃນຂະນະທີ່ເອຊາວໄດ້ອອກໄປແລ້ວ. ອາດແປໄດ້ອີກວ່າ: "ດັ່ງນັ້ນເມື່ອເອຊາວໄດ້ອອກໄປ ... ນຳມັນກັບມາ," (ເບິ່ງເພີ່ມເຕີມ: rc://*/ta/man/translate/writing-connectingwords)

ກັບເອຊາວລູກຊາຍຂອງລາວ.....ຢາໂຄບລູກຊາຍຂອງນາງ

ເອຊາວ ແລະ ຢາໂຄບທັງສອງເປັນລູກຊາຍຂອງອີຊາກ ແລະ ນາງເລເບກາ. ພວກເຂົາຖືກເອີ້ນວ່າ "ລູກຊາຍຂອງລາວ" ແລະ "ລູກຊາຍຂອງນາງ" ເພື່ອເນັ້ນຫນັກວ່າພໍ່ແມ່ ຮັກລູກຊາຍຄົນຫນຶ່ງ ຫລາຍກວ່າລູກຊາຍອີກຄົນ.

ນີ້ແ​ຫລະ

ປະໂຫຍກທີ່ວ່າ "ນີ້ແຫລະ" ເພີ່ມການເນັ້ນຫນັກໃສ່ສິ່ງທີ່ຕາມມາ. ອາດແປໄດ້ອີກວ່າ: "ຟັງຢ່າງລະມັດລະວັງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຈົ່ງນຳເນື້ອສັດ ​ແລະ​ ເຮັດ​ອາຫານ​ທີ່​ແຊບໆ​ໃຫ້​ພໍ່, ເພື່ອທີ່​ພໍ່ຈະກິນ​ແລ້ວພໍ່​ຈະ​ອວຍພອນ​ເຈົ້າ​ຊ້ອງຫນ້າ​ພຣະຢາເວ​ກ່ອນ​ທີ່ພໍ່​ຈະ​ຕາຍ

ນີ້ແມ່ນການຢືມຄຳເວົ້າ. ມັນສາມາດຖືກຂຽນໃນຮູບແບບວົງຢືມທາງອ້ອມ. ອາດແປໄດ້ອີກວ່າ: ລາວບອກເອຊາວໃຫ້ໄປ 'ລ່າສັດສັດປ່າ ແລະ ເພື່ອເຮັດອາຫານຊີ້ນທີ່ລາວມັກ.' ຫລັງຈາກນັ້ນກ່ອນທີ່ລາວຈະຕາຍ, ອີຊາກຈະອວຍພອນໃຫ້ເອຊາວຕໍ່ຫນ້າພຣະຢາເວ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-quotesinquotes]] ແລະ [[rc:///ta/man/translate/figs-quotations]])

ນຳກັບມາ

"ນຳເອົາສັດປ່າທີ່ເຈົ້າລ່າໄດ້ນັ້ນ ແລະ ຂ້າມັນ"

ເຮັດ​ອາຫານ​ທີ່​ແຊບໆ​

"ເຮັດອາຫານໃຫ້ຂ້ອຍໄດ້ກິນຊີ້ນແຊບທີ່ຂ້ອຍມັກ." ເບິ່ງເພີ່ມເຕີມວິທີການແປຂໍ້ນີ້ໃນ 27: 3.

ອວຍພອນ​ເຈົ້າ​ຊ້ອງຫນ້າ​ພຣະຢາເວ

"ອວຍພອນ​ເຈົ້າ​ຕໍ່ຫນ້າ​ພຣະຢາເວ"

​ກ່ອນ​ທີ່ພໍ່​ຈະ​ຕາຍ

"ກ່ອນ​ທີ່ພໍ່​ຈະ​ຕາຍ"