lo_tn/gen/26/23.md

2.9 KiB

​ອີຊາກ​ໄດ້ຂຶ້ນໄປ​ຈາກທີ່ນັ້ນ ໄປຍັງເມືອງເບເອນເຊບາ

ໃນນີ້ຄຳວ່າ “ໄດ້ຂຶ້ນໄປ” ອາດຈະເປັນການອ້າງອີງເຖິງການໄປທາງທິດເຫນືອ. ໃຫ້ໃຊ້ຄຳເວົ້າທີ່ສະແດງເຖິງການທີ່ລາວໄດ້ອອກເດີນທາງ ໄປໃຫ້ເປັນທຳມະຊາດຫລາຍທີ່ສຸດ ໃນພາສາຂອງທ່ານ. ອາດແປໄດ້ອີກວ່າ: "ອີຊາກໄດ້ອອກຈາກທີ່ນັ້ນ ແລະ ໄປທີ່ມືອງເບເອນເຊບາ

ເຊື້ອສາຍ​ທັງຫລາຍຂອງເຈົ້າທະວີຫລາຍຂຶ້ນ

"ຈະເຮັດໃຫ້ລູກຫລານຂອງເຈົ້າເພີ່ມຂື້ນຢ່າງຫລວງຫລາຍ" ຫລື "ຈະເຮັດໃຫ້ລູກຫລານຂອງທ່ານ ເປັນຈຳນວນຫລວງຫລາຍ"

ເພາະເຫັນ​ແກ່ອັບຣາຮາມ​ຜູ້ຮັບໃຊ້​ຂອງເຮົາ

"ສຳລັບອັບຣາຮາມຜູ້ຮັບໃຊ້ຂອງຂ້າພະເຈົ້າ" ຫລືທ່ານສາມາດເຮັດໃຫ້ຄວາມຫມາຍເຕັມເຊັດເຈນຍິ່ງຂື້ນ. ອາດແປໄດ້ອີກວ່າ: "ເພາະວ່າຂ້ອຍໄດ້ສັນຍາກັບອັບຣາຮາມຜູ້ຮັບໃຊ້ຂອງຂ້ອຍວ່າ ຂ້ອຍຈະເຮັດສິ່ງນີ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ອີຊາກ​ໄດ້​ສ້າງ​ແທ່ນບູຊາທີ່ນັ້ນ

ທ່ານສາມາດອະທິບາຍໃຫ້ລະອຽດວ່າເປັນຫຍັງອີຊາກຈຶ່ງສ້າງແທ່ນບູຊາ. ອາດແປໄດ້ອີກວ່າ: "ອີຊາກໄດ້ສ້າງແທ່ນບູຊາຢູ່ທີ່ນັ້ນ ເພື່ອເປັນເຄື່ອງບູຊາຖວາຍແກ່ພຣະຢາເວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ໄດ້​ຮ້ອງອອກ​ພຣະນາມພຣະຢາເວ

ການ “ຮ້ອງ” ຫມາຍເຖິງການອະທິຖານ ຫລື ການນະມັດສະການ. ຕໍ່ໄປນີ້ແມ່ນ "ຊື່" ຫມາຍເຖິງພຣະຢາເວ. ອາດແປໄດ້ອີກວ່າ: "ອະທິຖານຫາພຣະຢາເວ" ຫລື "ນະມັດສະການພຣະຢາເວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)