lo_tn/gen/26/15.md

2.9 KiB

ບັດນີ້

ໃນນີ້ຄຳນີ້ບໍ່ໄດ້ຫມາຍຄວາມວ່າ "ໃນເວລານີ້." ມັນສະແດງໃຫ້ເຫັນບ່ອນບົດເລື່ອງໄດ້ເລີ່ມຕົ້ນ. ມັນສາມາດຖືກແປດ້ວຍຄຳ ທີ່ເຊື່ອມໂຍງ "ດັ່ງນັ້ນ" ເພື່ອສະແດງໃຫ້ເຫັນວ່ານີ້ແມ່ນຜົນຂອງສິ່ງທີ່ເກີດຂື້ນໃນ 26:12. (ເບິ່ງເພີ່ມເຕີມ: rc://*/ta/man/translate/writing-connectingwords)

ໃນ​ສະໄຫມຂອງອັບຣາຮາມ​ພໍ່​ຂອງ​ເພິ່ນ

ວະລີທີ່ວ່າ "ໃນສະໄຫມຂອງ" ແມ່ນຫມາຍເຖິງຊ່ວງໄລຍະເວລາຊີວິດຂອງຄົນເຮົາ. ອາດແປໄດ້ວ່າ: "ເມື່ອອັບຣາຮາມ, ພໍ່ຂອງລາວມີຊີວິດຢູ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ອາບີເມເຫລັກ​ໄດ້​ບອກ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ນີ້ແມ່ນການກະທຳອີກຢ່າງຫນຶ່ງ ເພື່ອບັງຄັບໃຫ້ອີຊາກ ແລະ ປະຊາຊົນລາວອອກໄປ. ອາດແປໄດ້ອີກວ່າ: "ຫລັງຈາກນັ້ນ ອາບີເມເຫລັກເວົ້າວ່າ" ຫລື "ສຸດທ້າຍອາບີເມເຫລັກເວົ້າວ່າ" ຫລື 2) ອາບີເມເຫລັກໄດ້ຕັດສິນໃຈເຊັ່ນນີ້ ເພາະວ່າລາວເຫັນວ່າປະຊາຊົນຂອງລາວອິດສາ ແລະ ປະຕິບັດໃນທາງທີ່ເປັນສັດຕູຕໍ່ອີຊາກ. ອາດແປໄດ້ອີກວ່າ: "ເພາະສະນັ້ນອາບີເມເຫລັກເວົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/writing-connectingwords)

ມີ​ກຳລັງ​ຫລາຍກວ່າພວກ​ເຮົາ

"ແຂງແຮງຫລາຍກວ່າພວກ​ເຮົາ"

ອີຊາກ​ຈຶ່ງ​ໄດ້ໄປ​ຈາກທີ່ນັ້ນ

ມີພຽງແຕ່ອີຊາກໄດ້ຖືກກ່າວເຖິງເພາະວ່າລາວເປັນຜູ້ນຳ, ແຕ່ຄອບຄົວ ແລະ ຜູ້ຮັບໃຊ້ຂອງລາວໄດ້ໄປນຳລາວ. ອາດແປໄດ້ອີກວ່າ: "ດັ່ງນັ້ນອີຊາກ ແລະ ຄອບຄົວຂອງລາວຍ້າຍອອກໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)