lo_tn/gen/26/09.md

4.1 KiB

ອາບີເມເຫລັກ​ໄດ້ຊົງ​ເອີ້ນໃຫ້​ອີຊາກ​ມາເຂົ້າເຝົ້າພະອົງ

ອາບີເມເຫລັກອາດຈະສົ່ງຄົນໄປບອກອີຊາກວ່າອາບີເມເຫລັກ ຕ້ອງການພົບລາວ. ອາດແປໄດ້ອີກວ່າ: "ອາບີເມເຫລັກ ໄດ້ສົ່ງຄົນໄປບອກໃຫ້ອີຊາກມາຫາລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

​ເປັນຫຍັງ​ເຈົ້າ​ຈຶ່ງ​ເວົ້າ​ວ່າ, "​ນາງ​ເປັນ​ນ້ອງສາວຂອງເຈົ້າ?

ນີ້ແມ່ນການຢືມຄຳເວົ້າ. ປະໂຫຍກນີ້ສາມາດຖືກລະບຸເປັນຄຳຢືມທາງອ້ອມ. ອາດແປໄດ້ອີກວ່າ: "ເປັນຫຍັງເຈົ້າຈຶ່ງເວົ້າວ່ານາງແມ່ນນ້ອງສາວຂອງເຈົ້າ?" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-quotesinquotes]] ແລະ [[rc:///ta/man/translate/figs-quotations]])

ເພື່ອເອົານາງ​ໄປ

"ດັ່ງນັ້ນເພິ່ນໄດ້ເອົານາງ​ໄປ"

ເຈົ້າ​ໄດ້​ເຮັດຫຍັງ​ກັບ​ເຮົາ​ດັ່ງນີ້?

ອາບີເມເຫລກໄດ້ໃຊ້ຄຳຖາມນີ້ເພື່ອກ່າວໂທດອີຊາກ. ອາດແປໄດ້ອີກວ່າ: "ທ່ານບໍ່ຄວນເຮັດສິ່ງນີ້ກັບພວກເຮົາ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

​ເຈົ້າ​ຈະນຳຄວາມຜິດມາຜິດ​ສູ່ເຮົາ

ປະໂຫຍກນີ້ເວົ້າກ່ຽວກັບການເຮັດໃຫ້ຜູ້ໃດຜູ້ຫນຶ່ງມີຄວາມຜິດຄືກັບວ່າ "ຄວາມຜິດ" ເປັນຄືກັນກັບວັດຖຸໃດຫນຶ່ງທີ່ວາງໃສ່ຄົນອື່ນ. ອາດແປໄດ້ອີກວ່າ: "ທ່ານອາດຈະເຮັດໃຫ້ພວກເຮົາມີຄວາມຜິດໃນການເອົາເມຍຂອງຜູ້ອື່ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ສູ່ເຮົາ

ໃນນີ້ຄຳວ່າ “ພວກເຮົາ” ຫມາຍເຖິງ ອາບີເມເລກ ແລະ ປະຊາຊົນທັງຫມົດຂອງລາວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-exclusive)

ຜູ້ໃດ​ແຕະຕ້ອງຜູ້ຊາຍຄົນນີ້

ໃນນີ້ຄຳວ່າ “ແຕະຕ້ອງ” ຫມາຍເຖິງວິທີທີ່ຈະເຮັດໃຫ້ເກີດອັນຕະລາຍ. ອາດແປໄດ້ອີກວ່າ: "ຜູ້ໃດທີ່ທຳຮ້າຍຜູ້ຊາຍຄົນນີ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຜູ້ນັ້ນຈະ​ຕ້ອງຮັບໂທດ​ເຖິງ​ຕາຍ

ອາບີເມເລກ ອາດມີຈຸດປະສົງທີ່ຈະບອກຜູ້ໃດຜູ້ຫນຶ່ງວ່າຈະຂ້າຜູ້ໃດກໍຕາມທີ່ອາດເຮັດອັນຕະລາຍຕໍ່ອີຊາກ ຫລື ນາງເຣເບກາ. ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ເຮົາຈະປະຫານຜູ້ນັ້ນ" ຫລື "ຂ້ອຍຈະສັ່ງໃຫ້ຄົນຂອງເຮົາຂ້າຜູ້ນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)