lo_tn/gen/26/04.md

2.9 KiB

ຂໍ້ມູນທົ່ວໄປ:

ພຣະຢາເວເລີ່ມຕົ້ນເວົ້າກັບອີຊາກ.

ເຮົາ​ຈະ​ໃຫ້​​ເຊື້ອສາຍ​ທັງຫລາຍຂອງເຈົ້າທະວີຫລາຍຂຶ້ນ

"ເຮົາ​ຈະ​ໃຫ້​​ເຈົ້າທະວີເຊື້ອສາຍ​ຫລາຍຂື້ນ"

ເຫມືອນດວງດາວ​ທັງຫລາຍໃນ​ທ້ອງຟ້າ

ປະໂຫຍກນີ້ແມ່ນເວົ້າກ່ຽວກັບຈຳນວນເຊື້ອສາຍຂອງອີຊາກຄືກັບວ່າມັນມີຈຳນວນເທົ່າກັບຈຳນວນດວງດາວ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຂໍ້ນີ້ໃນ 22:15. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ທ້ອງຟ້າ

ນີ້ຫມາຍເຖິງທຸກສິ່ງທີ່ເຮົາເຫັນຢູ່ເຫນືອແຜ່ນດິນໂລກ, ລວມທັງດວງອາທິດ, ດວງຈັນ ແລະ ດວງດາວ.

ປະຊາຊາດ​ທັງຫມົດຂອງແຜ່ນດິນນີ້ ຈະ​ໄດ້​ຮັບ​ພຣະພອນ​

ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ເຮົາຈະອວຍພອນໃຫ້ທຸກໆ ປະຊາຊາດໃນແຜ່ນດິນທົ່ວໂລກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ອັບຣາຮາມ​ໄດ້ເຊື່ອຟັງສຽງຂອງ​ເຮົາ, ກົດບັນຍັດທັງຫລາຍຂອງເຮົາ, ແລະທັມບັນຍັດທັງຫລາຍຂອງເຮົາ

ວະລີທີ່ວ່າ "ເຊື່ອຟັງສຽງຂອງຂ້ອຍ" ແລະ "ຮັກສາຄຳ ສັ່ງສອນຂອງເຮົາ, ຄຳສັ່ງ, ກົດຫມາຍ ແລະ ກົດບັນຍັດຂອງ ເຮົາ" ຫມາຍເຖິງສິ່ງດຽວກັນ. ອາດແປໄດ້ອີກວ່າ: "ອັບຣາຮາມໄດ້ເຊື່ອຟັງເຮົາ ແລະ ເຮັດທຸກສິ່ງທີ່ເຮົາສັ່ງໃຫ້ລາວເຮັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ໄດ້ເຊື່ອຟັງສຽງຂອງ​ເຮົາ

ໃນນີ້ຄຳວ່າ "ສຽງ" ຫມາຍເຖິງພຣະຢາເວ. ອາດແປໄດ້ອີກວ່າ: "ເຊື່ອຟັງເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)