lo_tn/gen/25/31.md

2.6 KiB

ສິດລູກຫົວປີ

"ສິດເປັນລູກຄົນທຳອິດ ເພື່ອສືບທອດຊັບສົມບັດສ່ວນໃຫຍ່ຂອງພໍ່ຂອງພວກເຮົາ"

ຂ້ອຍ​ຫິວ​ໃກ້​ຈະ​ຕາຍ​ຢູ່​ແລ້ວ

ເອຊາວເວົ້າເກີນຄວາມຈິງ ເພື່ອເນັ້ນວ່າລາວຫິວໂຫຍຫລາຍປານໃດ. ອາດແປໄດ້ອີກວ່າ: "ຂ້ອຍຫິວຫລາຍ ຂ້ອຍຮູ້ສຶກວ່າຂ້ອຍອາດຈະຕາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-hyperbole)

ສິດ​ອ້າຍ​ກົກ​ຈະ​ມີ​ປະໂຫຍດ​ຫຍັງ​ແກ່​ຂ້ອຍ

ເອຊາວໃຊ້ຄຳຖາມນີ້ເພື່ອເນັ້ນຫນັກວ່າການໄດ້ກິນອາຫານ ສຳຄັນຫລາຍກ່ວາສິດທິຂອງປີເກີດ. ປະໂຫຍກນີ້ສາມາດແປເປັນປະໂຫຍກໃຫມ່. ອາດແປໄດ້ອີກວ່າ: "ມໍລະດົກຂອງຂ້ອຍບໍ່ຈຳເປັນສຳລັບຂ້ອຍ ຖ້າຂ້ອຍຕາຍຍ້ອນຄວາມຫິວ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຈົ່ງສາບານ​ໃຫ້ຂ້ອຍ

ສິ່ງທີ່ຢາໂຄບຢາກໃຫ້ເອຊາວສາບານ ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ກ່ອນອື່ນສາບານກັບຂ້ອຍວ່າເຈົ້າຈະຂາຍສິດລູກກົກຂອງເຈົ້າໃຫ້ຂ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

​ຫມາກຖົ່ວ​ແດງ

ພືດເຫລົ່ານີ້ຄ້າຍຄືກັບຫມາກຖົ່ວ, ແຕ່ແກ່ນຂອງມັນມີຂະຫນາດນ້ອຍ, ມົນ, ແລະບາງຊະນິດມີຮູບຮ່າງແປ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-unknown)

ເອຊາວ​ໄດ້​ຫມິ່ນປະຫມາດ​ສິດ​ລູກຫົວປີຂອງເຂົາ

"ເອຊາວບໍ່​ໄດ້ໃຫ້ຄຸນຄ່າ​ສິດ​ລູກຫົວປີຂອງເຂົາ"