lo_tn/gen/25/17.md

2.8 KiB

ເຫລົ່ານີ້ຄືປີທັງຫລາຍຂອງຊີວິດອິດຊະມາເອນ​ຄື, 137 ປີ

"ອິດຊະມາເອນມີອາຍຸໄດ້ 137 ປີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-numbers)

ເຂົາໄດ້ຊິ້ນລົມຫາຍໃຈ, ແລະເສຍຊີວິດ

ຄຳວ່າ "ລົມຫາຍໃຈສຸດທ້າຍຂອງລາວ" ແລະ "ຕາຍ" ຫມາຍເຖິງອັນດຽວກັນ. ອາດແປໄດ້ອີກວ່າ: "ເສຍຊີວິດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ຖືກລວບລວມໄວ້ກັບພວກຄົນທັງຫລາຍຂອງເຂົາ

ນີ້ຫມາຍຄວາມວ່າຫລັງຈາກອິດຊະມາເອນໄດ້ຕາຍໄປແລ້ວ, ຈິດວິນຍານຂອງລາວກໍ່ໄດ້ໄປ ຢູ່ບ່ອນດຽວກັບຍາດພີ່ນ້ອງຂອງລາວ ທີ່ເສຍຊີວິດກ່ອນລາວ. ນີ້ສາມາດຖືກກ່າວໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ລາວໄດ້ເຂົ້າຮ່ວມກັບສະມາຊິກຄອບຄົວຂອງລາວ ທີ່ໄດ້ເສຍຊີວິດໄປແລ້ວ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-idiom]] ແລະ [[rc:///ta/man/translate/figs-activepassive]])

ພວກເຂົາໄດ້​ອາໄສ​

"ເຊື້ອສາຍຂອງລາວໄດ້ອາໃສ"

​ຕັ້ງແຕ່​ເມືອງ​ຮາວີລາ​ຈົນເຖິງ​ຊູເຣ

"​ລະຫວ່າງເມືອງ​ ຮາວີລາ​ ແລະເມືອງ ​ຊູເຣ

ຮາວີລາ

ຮາວີລາຕັ້ງຢູ່ບ່ອນໃດບ່ອນຫນຶ່ງໃນທະເລຊາຍອາຣັບ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຂໍ້ນີ້ໃນ 2:11. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ໄປ​ທາງ

"ໄປຕາມທິດທາງຫາ"

ພວກເຂົາ​ອາໄສ​ຢູ່​ຢ່າງບໍ່ເປັນມິດຕໍ່ກັນ ແລະກັນ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ພວກເຂົາບໍ່ໄດ້ຢູ່ນຳກັນຢ່າງສະຫງົບສຸກ" , ຫລື 2) "ພວກເຂົາຢູ່ຫ່າງຈາກຍາດພີ່ນ້ອງອື່ນໆ ຂອງພວກເຂົາ."