lo_tn/gen/25/07.md

3.3 KiB

ເຫລົ່ານີ້ເປັນຊວ່ງເວລາແຫ່ງຊີວິດຂອງອັບຣາຮາມເຂົາ​ມີ​ອາຍຸ​ທັງຫມົດ, 175 ປີ

"ອັບຣາຮາມມີຊີວິດ 175 ປີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-numbers)

ອັບຣາຮາມ​ກໍ​ໄດ້​ສິ້ນ​ລົມ​ຫາຍໃຈ ແລະ​ຕາຍ​​

"ອັບຣາຮາມໄດ້ລົມຫາຍໃຈສຸດທ້າຍ ແລະເສຍຊີວິດ." ວະລີທີ່ວ່າ "ລົມຫາຍໃຈສຸດທ້າຍຂອງລາວ" ແລະ "ຕາຍ" ຫມາຍຄວາມວ່າໂດຍພື້ນຖານແລ້ວແມ່ນສິ່ງດຽວກັນ. ອາດຈະແປໄດ້ອີກວ່າ: "ອັບຣາຮາມໄດ້ເສຍຊີວິດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

​ໄດ້​ສິ້ນ​ລົມ​ຫາຍໃຈ

ປະໂຫຍກນີ້ແມ່ນການເວົ້າເຖິງການຕາຍຂອງຄົນຜູ້ຫນຶ່ງແບບສຸພາບ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-euphemism)

ເປັນ​ຜູ້​ເຖົ້າ​ທີ່​ມີ​ອາຍຸ​ຫລາຍ, ແລະ​ເພິ່ນໄດ້​ຖືກ​ຮວບຮວມ​ໄວ້​

ສອງວະລີນີ້ຫມາຍເຖິງພື້ນຖານສິ່ງດຽວກັນ ແລະ ເນັ້ນຫນັກວ່າອັບຣາຮາມມີຊີວິດຢູ່ດົນນານ. ອາດແປໄດ້ອີກວ່າ: "ເມື່ອລາວມີຊີວິດຢູ່ເປັນເວລາດົນນານ ແລະ ລາວກໍເຖົ້າແກ່ຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

​ເຂົາແກ່ຫລາຍແລ້ວ, ເປັນ​ຜູ້​ເຖົ້າ​ທີ່​ມີ​ອາຍຸ​ຫລາຍ

ການມີຊີວິດຍືນຍາວແມ່ນຖືກປຽບທຽບຊີວິດເປັນເຫມືອນພາຊະນະທີ່ເຕັມໄປ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເພິ່ນໄດ້​ຖືກ​ຮວບຮວມ​ໄວ້​ກັບ​ຄົນ​ທັງຫລາຍ​ຂອງ​ຕົນ

ນີ້ຫມາຍຄວາມວ່າຫລັງຈາກອັບຣາຮາມໄດ້ເສຍຊີວິດ, ຈິດວິນຍານຂອງລາວກໍ່ໄດ້ໄປບ່ອນດຽວກັນກັບຍາດພີ່ນ້ອງຂອງລາວ ທີ່ເສຍຊີວິດກ່ອນລາວ. ປະໂຫຍກນີ້ສາມາດຂຽນໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ລາວໄດ້ເຂົ້າຮ່ວມກັບສະມາຊິກຄອບຄົວຂອງລາວ ທີ່ໄດ້ເສຍຊີວິດໄປແລ້ວ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-idiom]] ແລະ [[rc:///ta/man/translate/figs-activepassive]])