lo_tn/gen/24/63.md

2.4 KiB
Raw Permalink Blame History

ອີຊາກໄດ້ອອກ​ໄປ​ທີ່​ທົ່ງນາເພື່ອຕຶກຕອງເລື່ອງຕ່າງໆ

"ແລງມື້ຫນຶ່ງອີຊາກໄດ້ອອກໄປທີ່ທົ່ງນາເພື່ອຄິດຕຶກຕອງ." ສິ່ງນີ້ຕ້ອງເປັນເວລາດົນນານຫລັງຈາກທີ່ຜູ້ຮັບໃຊ້ ແລະ ນາງເຣເບກາ ອອກຈາກເຮືອນຂອງນາງ ເນື່ອງຈາກພວກເຂົາຕ້ອງເດີນທາງໄກ.

ເມື່ອເຂົາໄດ້ເງີຍຫນ້າຂຶ້ນເບິ່ງ ແລະ​ເຫັນ, ເບິ່ງເຖີດມີ​ອູດຫລາຍໂຕ​ກຳລັງ​ມາ

ຄຳວ່າ "ເບິ່ງເຖີດ" ໃນນີ້ເຕືອນພວກເຮົາໃຫ້ເອົາໃຈໃສ່ກັບຂໍ້ມູນທີ່ສຳຄັນທີ່ຕິດຕາມມາ. "ເມື່ອລາວເງີຍຫນ້າຂຶ້ນລາວຕົກໃຈທີ່ໄດ້ເຫັນຂະບວນອູດກຳລັງມາ"

​ເຣເບກາໄ​ດ້ຫລຽວເບິ່ງ

"​ເຣເບກາໄ​ດ້ຫລຽວເບິ່ງ"

ນາງ​ກໍ​ໄດ້ໂດດລົງ​ຈາກ​ຫລັງ​ອູດ

"ນາງ​ກໍ​ໄດ້ໂດດລົງ​ຈາກ​ຫລັງ​ອູດຢ່າງໄວວາ"

ດັ່ງນັ້ນ ນາງຈິ່ງເອົາຜ້າຄຸມຫນ້າ, ແລະ ຄຸມຫນ້າໄວ້

"ດັ່ງນັ້ນນາງຈຶ່ງປົກຫນ້າຂອງນາງດ້ວຍຜ້າຄຸມຂອງນາງ." ນີ້ແມ່ນສັນຍາລັກຂອງຄວາມເຄົາລົບ ແລະ ຄວາມຈຽມຕົວຕໍ່ຜູ້ຊາຍທີ່ນາງຈະແຕ່ງງານນຳ. ຄວາມຫມາຍເຕັມຂອງສິ່ງນີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/translate-symaction]] ແລະ [[rc:///ta/man/translate/figs-explicit]])

ຄຸມຫນ້າ

ຜ້າທີ່ໃຊ້ໃນການປົກຫົວ, ບ່າ ແລະ ໃບຫນ້າຂອງຄົນ