lo_tn/gen/24/47.md

2.0 KiB

ຂໍ້ມູນທົ່ວໄປ:

ຄົນຮັບໃຊ້ຂອງອັບຣາຮາມສືບຕໍ່ເວົ້າກັບຄອບຄົວຂອງເຣເບກາ.

ລູກສາວຂອງ​ເບທູເອນ, ລູກຊາຍ​ຂອງ​ນາໂຮ​,ຜູ້ຊຶ່ງມີລະກາເປັນຜູ້ເກີດໃຫ້ແກ່ເຂົາ

"ພໍ່ຂອງຂ້ອຍແມ່ນເບທູເອນ. ພໍ່ແມ່ຂອງລາວແມ່ນນາໂຮ ແລະ ມີລະກາ"

​ແຫວນ​​.....ສາຍ​ແຂນ

ໃນເລື່ອງນີ້, ບັນດາວັດຖຸເຫລົ່ານີ້ລ້ວນແຕ່ເຮັດດ້ວຍທອງ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຄຳເຫລົ່ານີ້ໃນ 24:21.

ຂ້ອຍ​ໄດ້ໂນ້ມຕົວລົງ

ນີ້ແມ່ນສັນຍານຂອງຄວາມຖ່ອມຕົວຕໍ່ພຣະເຈົ້າ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-symaction)

ໄດ້​ຊົງນຳ​ຂ້ອຍ​ມາຖືກທາງ

"ໄດ້ນຳຂ້ອຍມາທີ່ນີ້"

ຜູ້​ໄດ້​ຊົງນຳ​ຂ້ອຍ​

ຄຳເຊື່ອມໂຍງ “ເພາະວ່າ” ສາມາດຖືກນຳໃຊ້ເພື່ອສະແດງເຫດຜົນ ທີ່ຜູ້ຮັບໃຊ້ນະມັດສະການພຣະເຈົ້າ. ອາດແປໄດ້ອີກວ່າ: "ເພາະວ່າພຣະຢາເວໄດ້ຊົງນຳພາຂ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/writing-connectingwords)

ຍາດຂອງ​ເຈົ້ານາຍ​ຂອງຂ້ອຍ

ນີ້ຫມາຍເຖິງເບທູເອນ, ລູກຊາຍຂອງນາໂຮນ ອ້າຍຂອງອັບຣາຮາມ.