lo_tn/gen/24/45.md

2.0 KiB

ຂໍ້ມູນທົ່ວໄປ:

ຄົນຮັບໃຊ້ຂອງອັບຣາຮາມສືບຕໍ່ເວົ້າກັບຄອບຄົວຂອງເຣເບກາ.

ກຳລັງເວົ້າໃນໃຈຂອງຂ້ອຍ

ການອະທິຖານຢ່າງງຽບໆໃນໃຈຂອງຄົນຫນຶ່ງແມ່ນເວົ້າເຖິງຄືກັບວ່າລາວກຳລັງເວົ້າຢູ່ໃນໃຈຂອງລາວ. ຄຳວ່າ "ໃຈ" ຫມາຍເຖິງຄວາມຄິດ ແລະ ຈິດໃຈຂອງລາວ. ອາດແປໄດ້ອີກວ່າ: "ການອະທິຖານ" ຫລື "ການອະທິຖານຢ່າງງຽບໆ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-metonymy]])

ເບິ່ງເຖີດ

"ຢ່າງ​ແທ້​ຈິງ." ຄຳວ່າ "ເບິ່ງເຖີດ" ທີ່ນີ້ເພີ່ມຈຸດເນັ້ນຫນັກຕໍ່ສິ່ງທີ່ຕິດຕາມມາ.

ໄຫ

ນີ້ແມ່ນອຸປະກອນຂະຫນາດກາງ ເຮັດດ້ວຍດິນເຜົາທີ່ໃຊ້ສຳລັບບັນຈຸ ແລະ ຖອກທາດແຫຼວ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຂໍ້ນີ້ໃນ 24:12.

ນາງ​ຈຶ່ງ​ເອົາ​ໄຫ​ນ້ຳຂອງນາງລົງ​

ວະລີທີ່ວ່າ "ລົງໄປ" ຖືກໃຊ້ເພາະກັບນໍ້າສ້າງ ເຊິ່ງເປັນບ່ອນຕ່ຳກ່າວ ບ່ອນທີ່ຜູ້ຮັບໃຊ້ຄົນນັ້ນກຳລັງຢືນຢູ່.

ນໍ້າພຸ

"ນໍ້າສ້າງ"

​ໄດ້​ຕັກ​ນໍ້າ​ໃຫ້​ຝູງ​ອູດ​ກິນ

"ໄດ້ເອົານໍ້າໃຫ້ໂຕອູດ"