lo_tn/gen/24/39.md

4.8 KiB

ຂໍ້ມູນທົ່ວໄປ:

ຄົນຮັບໃຊ້ຂອງອັບຣາຮາມສືບຕໍ່ເວົ້າກັບຄອບຄົວຂອງເຣເບກາ.

ບາງທີ​ຍິງ​ນັ້ນຈະ​ບໍ່​ຕິດຕາມຂ້ອຍ

ເຫດການນີ້ລັກສະນະນີ້ອາດຈະເກີດຂື້ນໄດ້. ອາແປໄດ້ອີກວ່າ: "ຈະເປັນແນວໃດຖ້າວ່າຜູ້ຍິງນັ້ນຈະບໍ່ຕິດຕາມຂ້ອຍມາ." ຫລື "ຂ້ອຍຄວນເຮັດແນວໃດຖ້າຜູ້ຍິງຈະບໍ່ກັບມາກັບຂ້ອຍ?" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-hypo)

ກ່ອນຫນ້າຜູ້ທີ່ຂ້ານ້ອຍໄປຫາ

ການຮັບໃຊ້ພຣະຢາເວ ແມ່ນຖືກເວົ້າໃນທຳນອງວ່າອັບຣາຮາມໄດ້ຍ່າງໃນທີ່ພຣະນິເວດຂອງພຣະຢາເວ. ອາດແປໄດ້ອີກວ່າ: "ຜູ້ທີ່ຂ້ານ້ອຍໄດ້ຮັບໃຊ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພຣະອົງ​ຈະ​ຊົງເຮັດໃຫ້ທາງຂອງ​ເຈົ້າ​ປະສົບຄວາມສຳເລັດ

"ພຣະອົງ​ຈະ​ຊົງເຮັດໃຫ້ທາງຂອງ​ເຈົ້າ​ປະສົບຄວາມສຳເລັດ"

ຈາກ​ເຊື້ອສາຍຄອບຄົວ​

"ຄອບຄົວ​"

ແຕ່ເຈົ້າຈະ​ເປັນອິສະຫລະ​ຈາກ​ຄຳ​ສາບານ​ຂອງເຮົາ ຖ້າ​ເຈົ້າ​ມາເຖິງຍາຕ​ຂອງເຮົາ ​​ແລະ​ພວກເຂົາ​ບໍ່ໃຫ້ນາງແກ່ເຈົ້າ. ດັ່ງນັ້ນ ເຈົ້າ​ຈະເປັນອິສະ​ຫລະ​ຈາກ​ຄຳ​ສາບານ​ຂອງເຮົາ

ນີ້ແມ່ນສະຖານະການສົມມຸດຕິຖານ ທີ່ອັບຣາຮາມບໍ່ຄິດວ່າມັນອາດຈະເກີດຂື້ນ. ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ມີພຽງທາງດຽວສຳລັບເຈົ້າທີ່ຈະພົ້ນຈາກຄຳສາບານຂອງຂ້ອຍຄື: ຖ້າເຈົ້າໄປຫາຍາດພີ່ນ້ອງຂອງຂ້ອຍ ແລະ ພວກເຂົາບໍ່ຍອມໃຫ້ເຈົ້າ, ເຈົ້າຈະເປັນອິດສະຫລະຈາກຄຳສາບານຂອງເຮົາ" ຫລື, 2) ຂໍ້ 40, "ຖ້າເຈົ້າໄປຫາຄອບຄົວຂອງພໍ່ຂ້ອຍ ແລະ ຂໍຍິງສາວຄົນຫນຶ່ງ, ເຈົ້າໄດ້ເຮັດໃນສິ່ງທີ່ຂ້ອຍໄດ້ບອກເຈົ້າໃຫ້ເຮັດ. ຖ້າພວກເຂົາບໍ່ຍອມໃຫ້ນາງມາກັບເຈົ້າ, ເຈົ້າຈະເປັນອິດສະຫລະຈາກຄຳສາບານທີ່ເຈົ້າສາບານກັບເຮົາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-hypo)

ເຈົ້າ​ຈະເປັນອິສະ​ຫລະ​ຈາກ​ຄຳ​ສາບານ​ຂອງເຮົາ

"ທ່ານຈະພົ້ນຈາກຄຳສາບານທີ່ທ່ານໄດ້ເຮັດກັບເຮົາ." ບໍ່ຈຳເປັນຕ້ອງປະຕິບັດຕາມຄຳສາບານທີ່ໄດ້ກ່າວມາແລ້ວນັ້ນ ຜູ້ທີ່ໄດ້ສາບານກໍຖືວ່າເປັນອິດສະຫລະຈາກການຕົກເປັນຜູ້ມີພັນທະທີ່ຜູກມັດຕົວລາວໄວ້. ອາດແປໄດ້ອີກວ່າ: "ເຈົ້າຈະບໍ່ ຈຳເປັນຕ້ອງເຮັດໃນສິ່ງທີ່ເຈົ້າສາບານກັບເຮົາວ່າເຈົ້າຈະເຮັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຖ້າ​ເຈົ້າ​ມາເຖິງຍາຕ​ຂອງເຮົາ

ພາສາຕ່າງໆໃຊ້ຄຳສັບມາ ແລະ ໄປຕ່າງກັນ. ອາດແປໄດ້ອີກວ່າ: "ຖ້າທ່ານມາຮອດເຮືອນພີ່ນ້ອງຂອງເຮົາ" ຫລື "ຖ້າທ່ານໄປຫາຍາດພີ່ນ້ອງຂອງເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-go)