lo_tn/gen/24/31.md

3.3 KiB

ມາເຖີດ

"ເຊີນເຂົ້າມາທາງໃນ" ຫລື "ເຊີນເຂົ້າໄປ"

ທ່ານ​ຄື​ພຣະພອນ​ຂອງພຣະຢາເວ

"ທ່ານ​ຄື​ຜູ້ທີ່ພຣະຢາເວໄດ້ຊົງອວຍພຣະພອນ"

ທ່ານ​

ໃນນີ້ຄຳວ່າ "ທ່ານ" ຫມາຍເຖິງຜູ້ຮັບໃຊ້ຂອງອັບຣາຮາມ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ເປັນຫຍັງທ່ານ​ຈຶ່ງ​ຢືນ​ຢູ່​ຂ້າງນອກ?

ລາບັນໃຊ້ຄຳຖາມນີ້ເພື່ອເຊີນຜູ້ຮັບໃຊ້ຂອງອັບຣາຮາມ ເຂົ້າມາໃນເຮືອນຂອງລາວ. ຄຳຖາມນີ້ສາມາດແປເປັນຄຳເວົ້າໄດ້. ອາດແປໄດ້ອີກວ່າ: "ທ່ານບໍ່ຈຳເປັນຕ້ອງຢູ່ນອກ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ດັ່ງນັ້ນ ຜູ້ຊາຍຄົນນັ້ນໄປ​ທີ່​ບ້ານ

ຄຳວ່າ "ໄດ້ມາ" ສາມາດແປວ່າ "ໄດ້ໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-go)

ນຳ​​ຂອງລົງຈາກ​ຫລັງ​ອູດທັງຫລາຍ

ປະໂຫຍກນີ້ບໍ່ຈະແຈ້ງເທື່ອວ່າໃຜເຮັດວຽກນີ້. ມັນຍັງສາມາຖືກກ່າວໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ຜູ້ຮັບໃຊ້ຂອງ ລາບັນເອົາເຄື່ອງລົງຈາກຫລັງອູດ" ຫລື "ພວກອູດໄດ້ຖືກຍົກເຄື່ອງລົງຈາກຫລັງພວກມັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ພວກອູດໄດ້​ເຟືອງ​ກັບ​ຫຍ້າ​ໃຫ້​​ກິນ, ແລະ​ນໍ້າໄດ້ຖືກຈັດຕຽມໄວ້

ປະໂຫຍກນີ້ບໍ່ໄດ້ເວົ້າເຖິງຜູ້ທີ່ເຮັດວຽກນີ້. ຖ້າທ່ານຂຽນປະໂຫຍກນີ້ເປັນຮູບແບບການກະທຳ ໂດຍໃຊ້ປະໂຫຍກວ່າ "ຜູ້ຮັບໃຊ້ຂອງລາບັນ" ເປັນຜູ້ຕົວລະຄອນ. ອາດແປໄດ້ອີກວ່າ: "ຜູ້ຮັບໃຊ້ຂອງລາບັນ ເອົາເຟືອງ ແລະ ອາຫານໃຫ້ແກ່ພວກອູດ, ແລະພວກເຂົາໄດ້ເອົານໍ້າໃຫ້ພວກມັນເຊັ່ນກັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ສຳລັບລ້າງຕີນຂອງເຂົາ​.......​ລາວ

"ສໍາລັບຜູ້ຮັບໃຊ້ຂອງອັບຣາຮາມ ແລະ ພວກຜູ້ຊາຍທີ່ເດີນທາງກັບລາວ ເພື່ອລ້າງຕີນຂອງພວກເຂົາ"