lo_tn/gen/24/28.md

2.9 KiB

​ໄດ້​ແລ່ນ​ໄປ​ຫາ ​ແລະບອກໃຫ້ຄົວເຮືອນຂອງແມ່ນາງ

ໃນນີ້ຄຳວ່າ "ຄົວເຮືອນ" ຫມາຍເຖິງທຸກຄົນທີ່ອາໄສຢູ່ເຮືອນແມ່ຂອງນາງ. ອາດແປໄດ້ອີກວ່າ: "ແລ່ນໄປເຮືອນ ແລະ ບອກແມ່ ແລະທຸກຄົນຢູ່ທີ່ນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ສິ່ງ​ເຫລົ່າ​ນີ້ທັງຫມົດ

"ກ່ຽວກັບສິ່ງ​ເຫລົ່າ​ນີ້ທັງຫມົດທີ່ໄດ້ເກີດຂື້ນ"

ຂະນະນັ້ນ

ຄຳສັບນີ້ຖືກນຳໃຊ້ໃນທີ່ນີ້ເພື່ອຫມາຍເຖິງການຢຸດພັກໃນບົດເລື່ອງທີ່ສຳຄັນ. ຕໍ່ໄປນີ້ຜູ້ຂຽນບອກຂໍ້ມູນພື້ນຖານກ່ຽວກັບນາງເລເບກາ. ຜູ້ຂຽນແນະນຳອ້າຍຂອງນາງຊື່ວ່າ ລາບັນ ຢູ່ໃນບົດເລື່ອງນີ້. (ເບິ່ງ: [[rc:///ta/man/translate/writing-background]] ແລະ [[rc:///ta/man/translate/writing-participants]])

ເມື່ອເຂົາໄດ້ເຫັນແຫວນໃສ່ດັງ ແລະກຳໄລເທິງແຂນນ້ອງສາວຂອງເຂົາ

ສິ່ງເຫລົ່ານີ້ໄດ້ເກີດຂື້ນກ່ອນທີ່ລາວຈະແລ່ນໄປຫາຊາຍຄົນນັ້ນ. ໃນນີ້ໄດ້ບອກເຫດຜົນທີ່ລາບັນຟ້າວແລ່ນໄປຫາຊາຍຄົນນັ້ນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-events)

ເມື່ອເຂົາໄດ້ຍິນເລື່ອງຂອງເຣເບການ້ອງສາວຂອງເຂົາ, "ນີ້ຄືສິ່ງທີ່ຜູ້ຊາຍຄົນນັ້ນເວົ້າກັບຂ້ອຍ,"

ປະໂຫຍກນີ້ສາມາດຖືກກ່າວເຖິງເປັນຄຳເວົ້າຢືມໂດຍທາງອ້ອມ. ອາດແປໄດ້ອີກວ່າ: "ເມື່ອລາວໄດ້ຍິນເຣເບກາ ນ້ອງສາວຂອງລາວບອກ ສິ່ງທີ່ຊາຍຄົນນັ້ນເວົ້າກັບນາງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-quotations)

ເບິ່ງເຖີດ

"ຢ່າງ​ແທ້​ຈິງ." ຄຳວ່າ "ເບິ່ງເຖີດ" ທີ່ນີ້ເພີ່ມຈຸດເນັ້ນຫນັກຕໍ່ສິ່ງທີ່ຕິດຕາມມາ.