lo_tn/gen/24/15.md

2.6 KiB
Raw Permalink Blame History

ເວລາຜ່ານໄປ

ວະລີນີ້ຖືກໃຊ້ຢູ່ບ່ອນນີ້ ເພື່ອຫມາຍຈຸດເລີ່ມຕົ້ນຂອງການກະທຳ. ຖ້າພາສາຂອງທ່ານມີວິຄຳເວົ້າອື່ນສຳລັບເວົ້າສິ່ງນີ້, ທ່ານສາມາດພິຈາລະນາໃຊ້ຢູ່ໃນນີ້ໄດ້.

ເບິ່ງເຖີດ

ຄຳວ່າ "ເບິ່ງເຖີດ" ໃນນີ້ເຕືອນພວກເຮົາໃຫ້ເອົາໃຈໃສ່ກັບຂໍ້ມູນທີ່ຫນ້າປະຫລາດໃຈທີ່ຕິດຕາມມາ.

ໄຫ​ນໍ້າ​

ໄຫໃສ່ນໍ້າຂະຫນາດກາງ ເຮັດດ້ວຍດິນເຜົາໃຊ້ສຳລັບບັນຈຸ ແລະ ຖອກທາດແຫລວ. ເບິ່ງເພີ່ມເຕີມວິທີທ່ານໄດ້ແປຂໍ້ນີ້ໃນ 24:12.

ເຣເບກາ​ເປັນ​ລູກສາວ​ຂອງ​ເບທູເອນ, ລູກຂອງ​ມີລະກາ, ເມຍ​ຂອງ​ນາໂຮ,​ຜູ້​ທີ່​ເປັນ​ນ້ອງຊາຍ​ຂອງ​ອັບຣາຮາມ

"ພໍ່ຂອງນາງເລເບກາ ແມ່ນເບທູເອນ, ພໍ່ແມ່ຂອງເບທູເອນແມ່ນມີລະກາ ແລະ ນາໂຮ. ນາໂຮ ແມ່ນນ້ອງຊາຍຂອງອັບຣາຮາມ"

​ເບທູເອນ

"​ເບທູເອນພໍ່ຂອງນາງເລເບກາ. ເບິ່ງເພີ່ມເຕີມວິທີທ່ານໄດ້ແປຂໍ້ນີ້ໃນ 22:20. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ມີລະກາ

ມີລະກາເປັນເມຍຂອງນາໂຮ ແລະ ເປັນແມ່ຂອງ​ເບທູເອນ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຊື່ນີ້ໃນ 11:29. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ນາງ​ໄດ້ລົງ​ມາ​ທີ່​ນໍ້າພຸ​ ... ​ແລະ​​ກັບຄືນ​ເມືອ

ສະຖານທີ່ຂອງນໍ້າສ້າງນັ້ນ ແມ່ນຕັ້ງຢູ່ບ່ອນຕໍ່າກວ່າບ່ອນທີ່ຜູ້ຮັບໃຊ້ຄົນນັ້ນກຳລັງຢືນຢູ່.