lo_tn/gen/24/12.md

5.5 KiB
Raw Permalink Blame History

ຈາກນັ້ນຂົາຈຶ່ງໄດ້ກ່າວ

"ຈາກນັ້ນຜູ້ຮັບຈຶ່ງໄດ້ກ່າວ"

ໃນວັນນີ້ຂໍພຣະອົງປຣະທານ ສິ່ງທີ່​ມີ​ຄວາມ​ສຳເລັດ​ໃຫ້ຂ້ານ້ອຍ

ທ່ານສາມາດກ່າວສິ່ງນີ້ດ້ວຍຄຳເຊື່ອມຕໍ່ "ໂດຍ." ເພື່ອໃຫ້ເຫັນວ່າ ຜູ້ຮັບໃຊ້ຕ້ອງການຂໍໃຫ້ພຣະເຈົ້າສະແດງຄວາມສັດຊື່ແຫ່ງພັນທະສັນຍາ. ອາດແປໄດ້ອີກວ່າ: "ສະແດງຄວາມສັດຊື່ຕໍ່ພັນທະສັນຍາກັບອັບຣາຮາມ ນາຍຂອງຂ້ານ້ອຍໂດຍໃຫ້ປະທານຄວາມສຳເລັດໃນພາລະກິດນີ້ແກ່ຂ້ານ້ອຍໃນມື້ນີ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/writing-connectingwords)

ຄວາມ​ສຳເລັດ​ໃຫ້ຂ້ານ້ອຍ

"ໃຫ້ຂ້ອຍປະສົບຜົນສຳເລັດ." ຜູ້ຮັບໃຊ້ຢາກຊອກຫາເມຍທີ່ດີ ສຳລັບລູກຊາຍຂອງອັບຣາຮາມ. ຄຳນາມທີ່ບໍ່ມີຕົວຕົນ "ຄວາມສຳເລັດ" ສາມາດຖືກກ່າວເຖິງເປັນຄຳກິລິຍາໄດ້. ອາດແປໄດ້ອີກວ່າ: "ໂຜດຊ່ວຍຂ້ານ້ອຍໃຫ້ປະສົບຜົນສຳເລັດ" ຫລື "ເຮັດໃຫ້ຂ້ານ້ອຍສາມາດເຮັດຕາມຈຸດປະສົງທີ່ຂ້ານ້ອຍມາທີ່ນີ້ເພື່ອເຮັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

​ສຳແດງ​ພັນທະສັນຍາ​ທີ່ສັດຊື່ແກ່ອັບຣາຮາມເຈົ້ານາຍ​ຂອງ​ຂ້ານ້ອຍ

ນີ້ແມ່ນຄວາມສັດຊື່ເພາະພັນທະສັນຍາທີ່ພຣະເຈົ້າໄດ້ເຮັດກັບອັບຣາຮາມ. ຄຳນາມທີ່ບໍ່ມີຕົວຕົນ "ຄວາມຊື່ສັດ" ສາມາດຖືກກ່າວເຖິງໂດຍຄຳວ່າ "ຊື່ສັດ." ອາດແປໄດ້ອີກວ່າ: "ຂໍໂຜດຊື່ສັດຕໍ່ອັບຣາຮາມນາຍຂອງຂ້ອຍ ເພາະເຫັນແກ່ພັນທະສັນຍາຂອງພຣະອົງ" (ເບິ່ງ: rc://*/ta/man/translate/figs-abstractnouns)

ເບິ່ງເຖີດ

ໃນນີ້ຄຳວ່າ "ເບິ່ງ" ເພີ່ມຈຸດເນັ້ນຫນັກເຖິງສິ່ງທີ່ຕາມມາ.

ນໍ້າພຸ

"ນໍ້າອອກບໍ່" ຫລື "ນໍ້າສ້າງ"

ພວກລູກສາວ​ຂອງຜູ້ຊາຍທັງຫລາຍຂອງ​ເມືອງນີ້​

"ບັນດາຍິງສາວ​ຂອງ​ເມືອງດັ່ງກ່າວ"

ຂໍໃຫ້ສິ່ງນີ້ເກີດຂຶ້ນເຖີດ

"ຂໍໃຫ້ສິ່ງນີ້ເກີດຂຶ້ນຢ່າງນີ້" ຫລື "ຂໍໃຫ້ເກີດຂຶ້ນເຖີດ"

ເມື່ອຂ້ານ້ອຍເວົ້າກັບຍິງສາວຄົນຫນຶ່ງຄົນໃດວ່າ, ຂໍລົດໄຫນໍ້າ​​ຂອງ​ເຈົ້າ​ລົງໃຫ້ເຮົາດື່ມນ້ຳແດ່

ນີ້ແມ່ນຄຳເວົ້າຖືກຢືມມາ. ສິ່ງນີ້ສາມາດສະແດງເຖິງການໃຊ້ເປັນຂໍ້ມູນອ້າງອີງທາງອ້ອມ. ອາດແປໄດ້ອີກວ່າ: "ເມື່ອຂ້ອຍຂໍໃຫ້ແມ່ຍິງສາວວ່າ ໃຫ້ຂ້ອຍດື່ມນໍ້າຈາກໄຫຂອງນາງ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-quotesinquotes]] ແລະ [[rc:///ta/man/translate/figs-quotations]])

ຂໍລົດໄຫນໍ້າ​​ຂອງ​ເຈົ້າ​

ຍິງສາວໄດ້ເອົາໄຫວາງໃສ່ເທິງບ່າໄຫລ່ຂອງພວກເຂົາ. ນາງຈະຕ້ອງກົ້ມຕົວລົງເພື່ອໃຫ້ຜູ້ຊາຍດື່ມ.

ໄຫນໍ້າ

ໄຫໃສ່ນໍ້າຂະຫນາດກາງ ເຮັດດ້ວຍດິນເຜົາໃຊ້ສຳລັບບັນຈຸ ແລະ ຖອກທາດແຫຼວ.

​ວ່າ​ພຣະອົງໄດ້ຊົງສຳແດງ​​ພັນທະສັນຍາ ທີ່ສັດຊື່​​ຕໍ່​ເຈົ້ານາຍ​ຂອງ​ຂ້ານ້ອຍ

ຄຳນາມທີ່ບໍ່ມີຕົວຕົນ "ຄວາມຊື່ສັດ" ສາມາດຖືກກ່າວເປັນຄຳວ່າ "ຊື່ສັດ." ອາດແປໄດ້ອີກວ່າ: "ພຣະອົງໄດ້ຊື່ສັດຕໍ່ນາຍຂອງຂ້ອຍເນື່ອງຈາກພັນທະສັນຍາຂອງພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)