lo_tn/gen/24/08.md

2.3 KiB

ຂໍ້ມູນທົ່ວໄປ:

ໃນຂໍ້ 8 ແມ່ນການສືບຕໍ່ຄຳແນະນຳ ທີ່ອັບຣາຮາມໄດ້ໃຫ້ແກ່ຜູ້ຮັບໃຊ້ຂອງລາວ.

ແຕ່ຖ້າ​ຍິງ​ນັ້ນ​ບໍ່​ເຕັມ​ໃຈທີ່ຈະຕິດຕາມເຈົ້າ

"ແຕ່ຖ້າ​ຍິງ​ນັ້ນປະຕິເສດທີ່ຈະຕິດຕາມເຈົ້າ" ອັບຣາຮາມໄດ້ຕອບຄຳຖາມຂອງຜູ້ຮັບໃຊ້ລາວ ຈາກຂໍ້ 24:5 (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-hypo)

ເຈົ້າ​ເປັນອິສະຫລະ​ຈາກ​ຄຳ​ສາບານທີ່ໃຫ້ໄວ້ກັບເຮົາ

"ທ່ານຈະພົ້ນຈາກຄຳສາບານ ທີ່ທ່ານໄດ້ເຮັດກັບເຮົາ." ບໍ່ຈຳເປັນຕ້ອງປະຕິບັດຄຳສາບານ ທີ່ກ່າວເຖິງວ່າບຸກຄົນນັ້ນປາດສະຈາກຈຸດປະສົງທີ່ລາວຖືກຜູກມັດໄວ້. ອາດແປໄດ້ອີກວ່າ: "ເຈົ້າຈະບໍ່ຈຳເປັນຕ້ອງເຮັດໃນສິ່ງທີ່ເຈົ້າສາບານ ກັບເຮົາວ່າເຈົ້າຈະຕ້ອງເຮັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ກໍໄດ້ເອົາ​ມືຂອງເຂົາວາງ​ທີ່ໃຕ້ຂາອ່ອນ​ຂອງອັບຣາຮາມ​ເຈົ້ານາຍ​ຂອງ​ຕົນ

ນີ້ແມ່ນເພື່ອສະແດງໃຫ້ເຫັນວ່າລາວຈະເຮັດໃນສິ່ງທີ່ລາວສາບານຢ່າງແນ່ນອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-symaction)

ສາບານ​​ຕໍ່ທ່ານ

"ໃຫ້ຄຳສາບານກັບລາວ"

ກ່ຽວກັບເລື່ອງນີ້​

"ກ່ຽວກັບຄຳຮ້ອງຂໍຂອງອັບຣາຮາມ" ຫລື "ວ່າລາວຈະເຮັດໃນສິ່ງທີ່ອັບຣາຮາມໄດ້ກ່າວ"