lo_tn/gen/24/01.md

3.9 KiB

ຂະນະນັ້ນ

ຄຳສັບນີ້ຖືກໃຊ້ໃນນີ້ເພື່ອຫມາຍເຖິງການເລີ່ມຕົ້ນບົດເລື່ອງສຳຄັນ. ໃນນີ້ນັກຂຽນເລີ່ມບອກ ພາກສ່ວນໃຫມ່ຂອງເລື່ອງ.

ຈົ່ງ​ວາງ​ມື​ຂອງເຈົ້າໃສ່​ວ່າງ​ຂາອ່ອ​ນຂອງຂ້ອຍ

ອັບຣາຮາມກຳລັງຂໍໃຫ້ຜູ້ຮັບໃຊ້ສາບານ ເພື່ອເຮັດບາງຢ່າງ. ການວາງມືຂອງລາວຢູ່ໃຕ້ກົ້ນຂອງອັບຣາຮາມ ຈະສະແດງໃຫ້ເຫັນວ່າລາວຈະເຮັດໃນສິ່ງທີ່ລາວສາບານວ່າຈະເຮັດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-symaction)

ຂ້ອຍຈະ​ໃຫ້​ເຈົ້າ​ສາບານ​

ສິ່ງນີ້ສາມາດສະແດງອອກເປັນຄຳສັ່ງ. ອາດແປໄດ້ອີກວ່າ: "ສາບານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-imperative)

ສາບານ​ໃນ​ນາມ​ຂອງ​ພຣະຢາເວ

ຄຳວ່າ "ໃນນາມຂອງ" ຫມາຍເຖິງການໃຊ້ຊື່ຂອງບາງສິ່ງບາງຢ່າງ ຫລື ບາງຄົນເປັນພື້ນຖານ ຫລື ອຳນາດໃນຄຳສາບານ. "ສາບານກັບຂ້ອຍໂດຍພຣະຢາເວເປັນພະຍານຂອງເຈົ້າ"

ພຣະເຈົ້າ​ແຫ່ງ​ທ້ອງຟ້າ ແລະ​ພຣະເຈົ້າຂອງແຜ່ນດິນ

"ພຣະເຈົ້າແຫ່ງທ້ອງຟ້າ ແລະ ແຜ່ນດິນໂລກ."ຄຳວ່າ“ ທ້ອງຟ້າ” ແລະ “ແຜ່ນດິນໂລກ” ແມ່ນໃຊ້ກັນເພື່ອຫມາຍ ເຖິງທຸກໆສິ່ງທີ່ພຣະເຈົ້າສ້າງ. ອາດແປໄດ້ອີກວ່າ: "ພຣະເຈົ້າຂອງທຸກສິ່ງໃນທ້ອງຟ້າ ແລະ ແຜ່ນດິນໂລກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-merism)

​ທ້ອງຟ້າ

ຫມາຍເຖິງບ່ອນພຣະເຈົ້າຊົງສະຖິດ.

ຈາກລູກສາວທັງຫລາຍຂອງຄົນການາອານ

"ຈາກແມ່ຍິງຊາວການາອານ" ຫລື "ຈາກຊາວການາອານ." ນີ້ຫມາຍເຖິງແມ່ຍິງຊາວການາອານ.

ຜູ້ທີ່ເຮົາອາໄສຢູ່ທ່າມກາງພວກເຂົາ

"ຜູ້ທີ່ເຮົາອາໄສຢູ່ທ່າມກາງພວກເຂົາ." ໃນນີ້, "ເຮົາ" ແມ່ນຫມາຍເຖິງອັບຣາຮາມ ແລະ ຄອບຄົວແລະຜູ້ຮັບໃຊ້ຂອງລາວທັງຫມົດ. ອາດແປໄດ້ອີກວ່າ: "ໃນບັນດາຄົນທີ່ພວກເຮົາອາໄສຢູ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ແຕ່​​ເຈົ້າຈົ່ງ​ກັບ​ໄປຍັງດິນແດນ​ຂອງຂ້ອຍ

ນີ້ສາມາດຖືກລະບຸເປັນຄໍາສັ່ງ. ອາດແປໄດ້ອີກວ່າ: "ສາບານວ່າເຈົ້າຈະໄປ" ຫລື "ຕ້ອງໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-imperative)

ພວກ​ຍາດພີ່ນ້ອງຂອງເຮົາ

ຄອບຄົວຂອງຂ້ອຍ