lo_tn/gen/23/17.md

4.0 KiB

ມັກເປລາ

ມັກເປລາແມ່ນຊື່ຂອງຜູ້ຊາຍທີ່ອາໃສຢູ່ໃນຂົງເຂດ ຫລື ເຂດແດນນັ້ນ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຂໍ້ນີ້ໃນ 23: 7. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ມຳເຣ

ນີ້ແມ່ນອີກຊື່ຫນຶ່ງຂອງເມືອງເຮັບໂຣນ. ມັນອາດຈະມີຊື່ຕາມຊື່ມຳເຣ, ຫມູ່ຂອງອັບຣາຮາມຜູ້ທີ່ອາໄສຢູ່ບ່ອນນັ້ນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ນັ້ນຄື​ທີ່ນາ​ຖ້ຳ,ທີ່ຢູ່ທີ່ນັ້ນ ແລະຕົ້ນໄມ້​ທັງ​ຫມົດ​ທີ່​ຢູ່​ໃນ​ທົ່ງນານັ້ນ

ວະລີນີ້ອະທິບາຍວ່າຜູ້ຂຽນຫມາຍຄວາມເຖິງຫຍັງເມື່ອລາວຂຽນ "ທົ່ງນາຂອງເອຟະໂຣນ." ມັນບໍ່ພຽງແຕ່ເປັນທົ່ງນາ, ແຕ່ຍັງມີຖໍ້າ ແລະ ມີຕົ້ນໄມ້ອ້ອມຮອບທົ່ງນັ້ນ.

ໄດ້ຖືກມອບໃຫ້ອັບຣາຮາມດ້ວຍການຊື້

"ກາຍມາເປັນກຳມະສິດຂອງອັບຣາຮາມ ເມື່ອລາວຊື້ມັນ" ຫລື "ເປັນຂອງອັບຣາຮາມຫລັງຈາກລາວຊື້ມັນ"

ຕໍ່ຫນັາບັນດາລູກຊາຍທັງຫລາຍຂອງຄົນຮິດຕີ

ໃນນີ້ຄຳວ່າ “ຕໍ່ຫນ້າ” ຫມາຍເຖິງຄົນທີ່ຮັບຫນ້າທີ່ເປັນພະຍານ. ອາດແປໄດ້ອີກວ່າ: "ກັບປະຊາຊົນຂອງເຮດທີ່ກຳລັງເບິ່ໄດ້ເປັນພະຍານ" (ເບິ່ງ: rc://*/ta/man/translate/figs-metonymy)

ບັນດາລູກຊາຍທັງຫລາຍຂອງຄົນຮິດຕີ

ໃນນີ້ຄຳວ່າ “ລູກຊາຍ” ແມ່ນຫມາຍເຖິງຜູ້ທີ່ລົງມາຈາກຮິດຕີ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຂໍ້ນີ້ໃນ 23:3. ອາດແປໄດ້ອີກວ່າ: "ລູກຫລານຂອງຮິດຕີ" ເບິ່ງເພີ່ມເຕີມວິທີທີ່ທ່ານແປຄຳນີ້ໃນ 23:3. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ຕໍ່ຫນ້າຄົນເຫລົ່ານັ້ນທັງຫມົດທີ່ໄດ້ມາທີ່ປະຕູເມືອງຂອງເຂົາ

ປະໂຫຍກນີ້ບອກໃຫ້ຮູ້ວ່າຄົນເຮັດໄດ້ຮັບຮູ້ວ່າອັບລາຮາມຊື້ຊັບທີ່ດິນດັ່ງກ່າວ. ເບິ່ງເພີ່ມເຕີມວິທີທີ່ທ່ານແປນີ້ໃນ 23:10. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-distinguish)

ປະຕູເມືອງຂອງເຂົາ

ປະຕູເມືອງແມ່ນບ່ອນທີ່ຜູ້ນຳຂອງເມືອງ ຈະປະຊຸມເພື່ອຕັດສິນໃຈບັນຫາທີ່ສຳຄັນ.

ເມືອງຂອງເຂົາ

"ເມືອງທີ່ລາວອາໄສຢູ່." ປະໂຫຍກນີ້ສະແດງໃຫ້ເຫັນວ່າເອຟະໂຣນຂື້ນກັບເມືອງນັ້ນ. ມັນບໍ່ໄດ້ຫມາຍຄວາມວ່າລາວເປັນເຈົ້າຂອງມັນ.