lo_tn/gen/23/14.md

4.9 KiB

ເອຟະໂຣນ

ນີ້ແມ່ນຊື່ຂອງຜູ້ຊາຍ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຂໍ້ນີ້ໃນ 23:7. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ເຈົ້ານາຍຂອງຂ້ານ້ອຍ, ກະລຸນາ​ຟັງຂ້ານ້ອຍ

"ຟັງຂ້ານ້ອຍ, ເຈົ້ານາຍຂອງຂ້ານ້ອຍ" ຫລື "ຟັງຂ້ານ້ອຍ, ນາຍເອີຍ"

ເຈົ້ານາຍຂອງຂ້ານ້ອຍ

ວະລີນີ້ແມ່ນໃຊ້ເພື່ອສະແດງຄວາມເຄົາລົບນັບຖືຕໍ່ອັບຣາຮາມ.

ທີ່ດິນຜືນຫນຶ່ງ​ມີ​ຄ່າເປັນເງິນຫນັກ​ພຽງ ສີ່ຮ້ອຍຫລຽນ​ເທົ່ານັ້ນ, ມັນ​ຈະ​ມີ​ຫຍັງ​ລະຫວ່າງ​ທ່ານ​ກັບ​ຂ້ານ້ອຍ?

ເອຟະໂຣນຫມາຍຄວາມວ່າຕັ້ງແຕ່ລາວ ແລະ ອັບຣາຮາມທັງສອງເປັນຄົນຮັ່ງມີຫຼາຍ, ເງິນ 400 ກ້ອນແມ່ນຈຳນວນ ຫນ້ອຍດຽວເທົ່ານັ້ນ. ຄຳຖາມນີ້ສາມາດແປເປັນຄຳເວົ້າ. ອາດແປໄດ້ອີກວ່າ: "ດິນຕອນນີ້ມີຄ່າພຽງແຕ່ເງິນສີ່ຮ້ອຍເທົ່ານັ້ນ. ສຳລັບເຈົ້າ ແລະ ຂ້ອຍ, ນັ້ນແມ່ນບໍ່ມີຫຍັງເລີຍ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ສີ່ຮ້ອຍ

"400" (ເບິ່ງ: rc://*/ta/man/translate/translate-numbers)

ຝັງຄົນຕາຍ​ຂອງທ່ານ

ຄຳນາມທີ່ວ່າ "ຄົນຕາຍ" ສາມາດຖືກກ່າວເຖິງເປັນຄຳກິລິຍາ ຫລື ພຽງແຕ່ຄຳວ່າ "ເມຍ." ອາດແປໄດ້ອີກວ່າ: "ເມຍຂອງທ່ານທີ່ໄດ້ເສຍຊີວິດແລ້ວ" ຫລື "ເມຍຂອງທ່ານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-nominaladj)

ອັບຣາຮາມໄດ້ຊັ່ງເງິນໃຫ້ແກ່ເອຟະໂຣນຕາມຈຳນວນທີ່ເຂົາໄດ້ບອກ

"ອັບຣາຮາມໄດ້ຊັ່ງເງິນດັ່ງກ່າວ ແລະ ຈ່າຍມັນໃຫ້ກັບເອຟະໂຣນ" ຫລື "ອັບຣາຮາມໄດ້ນັບຈຳນວນເງິນໃຫ້"

ຕາມຈຳນວນທີ່ເຂົາໄດ້ບອກໃຫ້ລູກຊາຍທັງຫລາຍຂອງຊາວ​ຮິດຕີໄດ້ຍິນ​ເງິນ​ຫນັກສີ່ຮ້ອຍຫລຽນ

"ຕາມຈຳນວນເງິນທີ່ເອຟະໂຣນໄດ້ບອກ"

ເຂົາໄດ້ບອກໃຫ້ລູກຊາຍທັງຫລາຍຂອງຊາວ​ຮິດຕີໄດ້ຍິນ

ຄຳນາມທີ່ບໍ່ມີຕົວຕົນຄຳວ່າ "ການໄດ້ຍິນ" ສາມາດຖືກຂຽນວ່າ "ຟັງ" ຫລື "ການຟັງ." ອາດແປໄດ້ອີກວ່າ: "ເພື່ອວ່າລູກຊາຍຂອງເຮດທຸກຄົນສາມາດໄດ້ຍິນລາວ" ຫລື "ໃນຂະນະທີ່ລູກຊາຍຂອງເຮດທຸກຄົນໄດ້ຟັງຢູ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ລູກຊາຍທັງຫລາຍຂອງຊາວ​ຮິດຕີ

ໃນນີ້ຄຳວ່າ “ລູກຊາຍ” ແມ່ນຫມາຍເຖິງຜູ້ທີ່ລົງມາຈາກຮິດຕີ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຂໍ້ນີ້ໃນ 23: 3. ອາດແປໄດ້ອີກວ່າ: "ລູກຫລານຂອງຮິດຕີ" ເບິ່ງເພີ່ມເຕີມວິທີທີ່ທ່ານແປຄຳນີ້ໃນ 23:3. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ຕາມມາດຕະຖານການຊັ່ງຂອງພໍ່ຄ້າທັງຫລາຍ

"ໂດຍໃຊ້ມາດຕະຖານການວັດແທກນໍ້າຫນັກ ທີ່ພໍ່ຄ້າໃຊ້." ນີ້ສາມາດຖືກກ່າວເປັນປະໂຫຍກໃຫມ່ໄດ້. ອາດຈະຫມາຍ: "ລາວມີນໍ້າຫນັກຄືກັນກັບທີ່ພໍ່ຄ້າໃຊ້ນໍ້າຫນັກມັນ"