lo_tn/gen/23/10.md

5.5 KiB

ໃນຂະນະນັ້ນ​ເອຟະໂຣນ​​ກໍາລັງ​ນັ່ງຢູ່ທ່າມກາງພວກລູກຊາຍຂອງ​ຊາວ​ຮິດຕີ

ໃນນີ້ຄຳວ່າ "ຂະນະນັ້ນ" ແມ່ນຖືກນຳໃຊ້ຢູ່ນີ້ເພື່ອຫມາຍເຖິງການປ່ຽນແປງຈາກເລື່ອງເລົ່າສູ່ຂໍ້ມູນພື້ນຖານກ່ຽວກັບເອຟະໂຣນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/writing-background)

ເອຟະໂຣນ

ນີ້ແມ່ນຊື່ຂອງຜູ້ຊາຍຄົນຫນຶ່ງ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຂໍ້ນີ້ໃນ 23:7. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ພວກລູກຊາຍຂອງ​ຊາວ​ຮິດຕີ

ໃນນີ້ຄຳວ່າ “ລູກຊາຍ” ແມ່ນຫມາຍເຖິງຜູ້ທີ່ລົງມາຈາກເຮດ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຂໍ້ນີ້ໃນ 23:3. ອາດແປໄດ້ອີກວ່າ: "ລູກຫລານຂອງຮິດຕິ" ເບິ່ງເພີ່ມເຕີມວິທີທີ່ທ່ານແປຄຳນີ້ໃນ 23:3. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

​​ໃຫ້​ລູກຊາຍທັງຫລາຍຂອງຄົນ​ຮິດຕີໄດ້ຍິນ

ຄຳນາມທີ່ບໍ່ມີຕົວຕົນຄຳວ່າ "ການໄດ້ຍິນ" ສາມາດຖືກຂຽນວ່າ "ຟັງ" ຫລື "ການຟັງ." ອາດແປໄດ້ອີກວ່າ: "ເພື່ອວ່າລູກຊາຍຂອງຮິດຕີທຸກຄົນສາມາດໄດ້ຍິນລາວ" ຫລື "ໃນຂະນະທີ່ລູກຊາຍຂອງຮິດຕີທຸກຄົນໄດ້ຟັງຢູ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ຄົນເຫລົ່ານັ້ນທັງຫມົດທີ່ໄດ້ມາທີ່ປະຕູເມືອງຂອງເຂົາ

ປະໂຫຍກນີ້ບອກວ່າລູກຊາຍຂອງຮິດຕີໄດ້ຟັງໃຜ. ອາດແປໄດ້ອີກວ່າ: "ທຸກຄົນທີ່ໄດ້ເຕົ້າໂຮມກັນຢູ່ປະຕູເມືອງຂອງລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-distinguish)

ປະຕູເມືອງ

ປະຕູເມືອງແມ່ນບ່ອນທີ່ຜູ້ນຳຂອງເມືອງຈະປະຊຸມເພື່ອຕັດສິນໃຈບັນຫາທີ່ສຳຄັນ.

ເມືອງຂອງເຂົາ

"ເມືອງທີ່ລາວອາໄສຢູ່." ປະໂຫຍກນີ້ສະແດງໃຫ້ເຫັນວ່າເອຟະໂຣນຂື້ນກັບເມືອງນັ້ນ. ມັນບໍ່ໄດ້ຫມາຍຄວາມວ່າລາວເປັນເຈົ້າຂອງມັນ.

ເຈົ້ານາຍຂອງຂ້ານ້ອຍ

ວະລີນີ້ແມ່ນການສະແດງຄວາມເຄົາລົບຕໍ່ອັບຣາຮາມ.

ຂ້ານ້ອຍໃຫ້ແກ່ທ່ານ​ຊ້ອງຫນ້າລູກຊາຍທັງຫລາຍຂອງປະຊາຊົນ​ຂອງ​ຂ້ານ້ອຍ​

ໃນນີ້ຄຳວ່າ “ຊ້ອງຫນ້າ” ຫມາຍເຖິງຄົນທີ່ຫນ້າທີ່ເປັນພະຍານ. ອາດແປໄດ້ອີກວ່າ: "ກັບເພື່ອນຮ່ວມຊາດຂອງຂ້ອຍໃນຖານະເປັນພະຍານຝ່າຍຂ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ລູກຊາຍທັງຫລາຍຂອງປະຊາຊົນ​ຂອງ​ຂ້ານ້ອຍ

ໃນນີ້ຄຳວ່າ "ປະຊາຊົນ​ຂອງ​ຂ້ານ້ອຍ" ຫລື "ຊາວ​ຮິດຕີຂອງຂ້ານ້ອຍ"

ປະຊາຊົນ​ຂອງ​ຂ້ານ້ອຍ

ປະຊາຊົນຂອງຂ້ານ້ອຍ ປະໂຫຍກນີ້ສະແດງໃຫ້ເຫັນວ່າເອເຟດແມ່ນສ່ວນຫນຶ່ງຂອງກຸ່ມຄົນນັ້ນ. ມັນບໍ່ໄດ້ຫມາຍຄວາມວ່າ ລາວເປັນຜູ້ນຳຂອງພວກເຂົາ.

ຂ້ານ້ອຍ​ໃຫ້​ທ່ານໃຊ້ເປັນທີ່ຝັງຄົນຕາຍຂອງ​ທ່ານ

"ຂ້ານ້ອຍ​ໃຫ້​ທ່ານ. ໃຊ້ເປັນທີ່ຝັງຄົນຕາຍຂອງ​ທ່ານ"

ຄົນຕາຍຂອງ​ທ່ານ

ຄຳນາມທີ່ວ່າ "ຄົນຕາຍ" ສາມາດຖືກກ່າວເຖິງເປັນຄຳກິລິຍາ ຫລື ພຽງແຕ່ຄຳວ່າ "ເມຍ." ອາດແປໄດ້ອີກວ່າ: "ເມຍຂອງທ່ານທີ່ໄດ້ເສຍຊີວິດແລ້ວ" ຫລື "ເມຍຂອງທ່ານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-nominaladj)