lo_tn/gen/22/18.md

3.3 KiB

ຂໍ້ມູນທົ່ວໄປ:

ເທວະດາຂອງພຣະຢາເວສືບຕໍ່ເວົ້າກັບອັບຣາຮາມ.

ບັນດາຊົນຊາດ​ທັງຫລາຍແຫ່ງແຜ່ນດິນຈະ​ໄດ້ຮັບ​ພຣະພອນ

ປະໂຫຍກນີ້ສາມາດຖືກເວົ້າຮູບແບບການກະທຳ. ອາດແປໄດ້ອີກວ່າ: "ເຮົາ, ພຣະຜູ້ເປັນເຈົ້າ, ຈະອວຍພອນໃຫ້ແກ່ທຸກໆຄົນທີ່ອາໃສຢູ່ທົ່ວທຸກແຫ່ງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຊົນຊາດ​ທັງຫລາຍແຫ່ງແຜ່ນດິນ

ໃນນີ້ຄຳວ່າ "ຊົນຊາດ​ທັງຫລາຍ" ຫມາຍເຖິງປະຊາຊົນຢູ່ໃນປະເທດທັງຫລາຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເຈົ້າ​ໄດ້​ເຊື່ອຟັງ​ສຽງ​ຂອງເຮົາ

ໃນນີ້ຄຳວ່າ "ສຽງ" ແມ່ນສິ່ງທີ່ພຣະເຈົ້າກ່າວ. ອາດແປໄດ້ອີກວ່າ: "ເຈົ້າໄດ້ເຊື່ອຟັງສິ່ງທີ່ເຮົາເວົ້າ" ຫລື "ເຈົ້າໄດ້ເຊື່ອຟັງເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ອັບຣາຮາມໄດ້​ກັບມາ

ມີພຽງແຕ່ອັບຣາຮາມເທົ່ານັ້ນທີ່ມີຊື່ ເພາະວ່າລາວເປັນພໍ່, ແຕ່ຄວາມຈິງແລ້ວຍັງມີລູກຊາຍຂອງລາວໄປນຳລາວ. ຄວາມຫມາຍເຕັມທີ່ຂອງຄຳເວົ້ານີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ອັບຣາຮາມ ແລະ ລູກຊາຍຂອງລາວໄດ້ກັບໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຄົນ​ຮັບໃຊ້​​

"ຄົນ​ຮັບໃຊ້​​"

ພວກເຂົາໄດ້ເດີນທາງ​

"ພວກເຂົາໄດ້ຈາກສະຖານທີ່ນັ້ນ"

ເຂົາໄດ້​ອາໄສ​ຢູ່ທີ່ເມືອງເບຍເອເຊບາ

ມີພຽງແຕ່ອັບຣາຮາມໄດ້ຖືກກ່າວເຖິງ ເພາະວ່າລາວເປັນຜູ້ນຳຄອບຄົວ ແລະ ຜູ້ຮັບໃຊ້ຂອງລາວ, ແຕ່ຄວາມຈິງແລ້ວພວກເຂົາຢູ່ກັບລາວ. ຄວາມຫມາຍເຕັມຂອງຄຳເວົ້ານີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ອັບຣາຮາມ ແລະ ທຸກຄົນໃນຄອບຄົວຂອງລາວ ຢູ່ທີ່ເມືອງເບຍເອເຊບາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)