lo_tn/gen/22/15.md

6.7 KiB
Raw Permalink Blame History

ທູດສະຫວັນຂອງພຣະຢາເວ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ພຣະຢາເວເຮັດໃຫ້ຕົວເອງເປັນເທວະດາ ຫລື 2) ນີ້ແມ່ນຫນຶ່ງໃນເທວະດາຂອງ ພຣະຢາເວ ຫລື 3) ນີ້ແມ່ນທູດພິເສດຈາກພຣະເຈົ້າ (ນັກວິຊາການບາງຄົນຄິດວ່າແມ່ນພະເຍຊູ). ເນື່ອງຈາກວ່າປະໂຫຍກນີ້ບໍ່ເຂົ້າໃຈດີ, ສະນັ້ນມັນຈິ່ງດີທີ່ສຸດທີ່ຈະແປວ່າເປັນ "ທູດຂອງພຣະຢາເວ" ໂດຍໃຊ້ຄຳທຳມະດາ ທີ່ທ່ານເຂົ້າໃຈດີເຊັ່ນ "ເທວະດາ." ເບິ່ງຂໍ້ນີ້ກ່ຽວກັບວະລີຂໍ້ນີ້ໃນ16:7.

ຄັ້ງທີສອງ

ຄຳວ່າ "ຄັ້ງທີສອງ" ແມ່ນຕົວເລກທົ່ວໄປທີ່ຫມາຍເຖີງສອງ. ອາດແປໄດ້ອີກວ່າ "ອີກຄັ້ງຫນຶ່ງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-ordinal)

ຈາກທ້ອງຟ້າ

ຄຳວ່າ "ທ້ອງຟ້າ" ຫມາຍເຖິງບ່ອນທີ່ພຣະເຈົ້າຊົງສະຖິດຢູ່.

ແລະກ່າວວ່າ, "ນີ້ຄືຄຳສັ່ງຂອງ​ພຣະຢາເວ

"ແລະເວົ້າເຖິງຂໍ້ຄວາມນີ້ຈາກພຣະຢາເວ" ຫລື "ແລະປະກາດຖ້ອຍຄຳເຫລົ່ານີ້ຂອງພຣະຢາເວ." ນີ້ແມ່ນວິທີການເວົ້າຢ່າງເປັນທາງການວ່າຄຳເວົ້າທີ່ຕິດຕາມມາແມ່ນ ມາຈາກພຣະຢາເວໂດຍກົງ.

ໂດຍພຣະອົງເອງ ເຮົາໄດ້ສາບານ​​

"ເຮົາໄດ້ສັນຍາ ແລະ ເປັນພະຍານຂອງເຮົາ." ຄຳວ່າ "ສາບານໂດຍ" ຫມາຍເຖິງການໃຊ້ຊື່ຂອງບາງສິ່ງບາງຢ່າງ ຫລື ບາງຄົນເປັນຕົວຄ້ຳປະກັນ ຫລື ອຳນາດໃນຄຳປະຕິຍານ. ບໍ່ມີອຳນາດໃດທີ່ໃຫຍ່ເກີນອຳນາດຂອງພຣະຢາເວອີກແລ້ວ ດັ່ງນັ້ນພຣະຢາເວຈິ່ງສາບານໂດຍພຣະອົງເອງ.

ເພາະເຈົ້າໄດ້ເຮັດໃນສິ່ງນີ້

"ເຈົ້າເຊື່ອຟັງເຮົາ"

​ບໍ່ໄດ້​ຫວງ​ແຫນລູກຊາຍຂອງເຈົ້າ

"ເຈົ້າບໍ່ໄດ້ຫວງແຫນລູກຊາຍຂອງເຈົ້າຈາກເຮົາ." ປະໂຫຍກນີ້ສາມາດຖືກເວົ້າໃນຮູບແບບໃນທາງບວກ. ອາດແປໄດ້ອີກວ່າ: "ເຈົ້າເຕັມໃຈທີ່ຈະສະຫລະລູກຊາຍຂອງເຈົ້າກັບເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublenegatives)

ລູກຊາຍ​​ຂອງ​ເຈົ້າ, ລູກຊາຍພຽງຄົນດຽວ​ຂອງເຈົ້າ

ມັນຫມາຍຄວາມວ່າ ພຣະເຈົ້າຮູ້ວ່າອັບຣາຮາມມີລູກຊາຍອີກຄົນອື່ນຄື, ອິດຊະມາເອນ. ສິ່ງນີ້ຢໍ້າວ່າອີຊາກເປັນລູກຊາຍ ທີ່ພຣະເຈົ້າສັນຍາວ່າຈະໃຫ້ອັບຣາຮາມ. ເບິ່ງເພີ່ມເຕີມວິທີທີ່ທ່ານແປປະໂຫຍກທີ່ຄ້າຍຄືກັນໃນ ຂໍ້ 22:1. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ແນ່ນອນເຮົາຈະອວຍພອນ

"ອວຍພອນແນ່ນອນ"

ເຮົາຈະ​ເພີ້ມ​ເຊື້ອສາຍ​ທັງຫລາຍຂອງເຈົ້າຢ່າງຫລວງຫລາຍ

"ເຮົາຈະເຮັດໃຫ້ລູກຫລານຂອງເຈົ້າມີຫລາຍຂື້ນເລື້ອຍໆ" ຫລື "ຂ້ອຍຈະເຮັດໃຫ້ລູກຫລານຂອງເຈົ້າ ມີຈຳນວນຫລວງຫລາຍ"

ເຫມືອນດັ່ງ​ດວງດາວ​ໃນ​ທ້ອງຟ້າ, ແລະເຫມືອນ​ເມັດ​ດິນຊາຍ​ທີ່​ແຄມ​ທະເລ

ພຣະເຈົ້າໄດ້ປຽບລູກຫລານຂອງອັບຣາຮາມກັບດາວ ແລະເມັດຊາຍ. ຄືກັນກັບວ່າປະຊາຊົນບໍ່ສາມາດນັບຈຳນວນດວງດາວຫລວງຫລາຍ ຫລື ເມັດຊາຍໄດ້, ສະນັ້ນລູກຫລານຂອງອັບຣາຮາມ ຈຳນວນຫລວງຫລາຍຈະບໍ່ສາມາດນັບພວກເຂົາໄດ້. ອາດແປໄດ້ອີກວ່າ: "ເຫນືອກວ່າທີ່ທ່ານສາມາດນັບໄດ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ເຫມືອນດັ່ງ​ດວງດາວ​ໃນ​ທ້ອງຟ້າ

ໃນນີ້ຄຳວ່າ "ທ້ອງຟ້າ" ຫມາຍເຖິງທຸກສິ່ງທີ່ເຮົາເຫັນຢູ່ເຫນືອແຜ່ນດິນໂລກ, ລວມທັງດວງອາທິດ, ດວງຈັນ ແລະ ດວງດາວ.

ຈະຢຶດຄອງປະຕູເມືອງ​ຂອງ​ສັດຕຣູ​ທັງຫລາຍຂອງພວກເຂົາ

ໃນນີ້ຄຳວ່າ “ປະຕູ” ເປັນຕົວແທນໃຫ້ແກ່ເມືອງທັງຫມົດ. ການ “ມີປະຕູຮົ້ວຂອງສັດຕູຂອງພວກເຂົາ” ຫມາຍເຖິງການ ທຳລາຍສັດຕຣູຂອງພວກເຂົາ. ອາດແປໄດ້ອີກວ່າ: "ຈະຊະນະສັດຕຣູຂອງພວກເຂົາໄດ້ຢ່າງສິ້ນເຊີງ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-synecdoche]] ແລະ [[rc:///ta/man/translate/figs-metonymy]])