lo_tn/gen/22/11.md

4.8 KiB

ທູດສະຫວັນຂອງ​ພຣະຢາເວ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ພຣະຢາເວເຮັດໃຫ້ຕົວເອງເປັນເທວະດາ ຫລື 2) ນີ້ແມ່ນຫນຶ່ງໃນເທວະດາຂອງ ພຣະຢາເວ ຫລື 3) ນີ້ແມ່ນທູດພິເສດຈາກພຣະເຈົ້າ (ນັກວິຊາການບາງຄົນຄິດວ່າແມ່ນພະເຍຊູ). ເນື່ອງຈາກວ່າປະໂຫຍກນີ້ບໍ່ເຂົ້າໃຈດີ, ສະນັ້ນມັນຈິ່ງດີທີ່ສຸດທີ່ຈະແປວ່າເປັນ "ທູດຂອງພຣະຢາເວ" ໂດຍໃຊ້ຄຳທຳມະດາ ທີ່ທ່ານເຂົ້າໃຈດີເຊັ່ນ "ເທວະດາ." ເບິ່ງຂໍ້ນີ້ກ່ຽວກັບວະລີຂໍ້ນີ້ໃນ16:7.

ມາ​ຈາກທ້ອງຟ້າ

ນີ້ຫມາຍເຖິງສະຖານທີ່ທີ່ພຣະເຈົ້າສະຖິດຢູ່.

ຂ້ານ້ອຍຢູ່ທີ່ນີ້​ກຳລັງ​ຟັງ​ຢູ່

"ແມ່ນແລ້ວ, ຂ້ານ້ອຍກຳລັງຟັງ" ຫລື "ແມ່ນແລ້ວ, ມີຫຍັງບໍ?" ເບິ່ງເພີ່ມເຕີມວິທີທີ່ທ່ານແປຂໍ້ນີ້ໃນ 22:1.

ຢ່າ​ແຕະຕ້ອງເດັກນັ້ນ​ຫລືເຮັດສິ່ງໃດທີ່ຈະທຳຮ້າຍເຂົາ, ບັດນີ້ ເຮົາ​ຮູ້​ແລ້ວ​ວ່າ ເຈົ້າ​ເຊື່ອຟັງ​ແລະ​ຢຳເກງ​ພຣະເຈົ້າ​

ວະລີທີ່ວ່າ "ຢ່າແຕະຕ້ອງ" ແມ່ນວິທີການທີ່ເວົ້າວ່າ "ຢ່າທຳຮ້າຍ." ໂດຍພື້ນຖານແລ້ວ, ພຣະເຈົ້າໄດ້ກ່າວສິ່ງດຽວກັນສອງຄັ້ງ ເພື່ອຢໍ້າໃຫ້ອັບຣາຮາມບໍ່ຄວນທຳຮ້າຍອີຊາກເດັດຂາດ. ອາດແປໄດ້ອີກວ່າ: "ຢ່າທຳຮ້າຍເດັກຊາຍເດັດຂາດ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-idiom]] ແລະ [[rc:///ta/man/translate/figs-parallelism]])

ບັດນີ້ ເຮົາ​ຮູ້​ແລ້ວ​ວ່າ .....​ຈາກ​ເຮົາ

ຄຳວ່າ "ຂ້ອຍ" ແລະ "ເຮົາ" ຫມາຍເຖິງພຣະຢາເວ. ເມື່ອແປສິ່ງທີ່ຢູ່ໃນຄຳຢືມ, ຈົ່ງເຮັດຄືກັນກັບທີ່ເທວະດາຂອງພຣະຢາເວໄດ້ເຮັດ ແລະ ໃຊ້ຄຳວ່າ "ຂ້ອຍ" ແລະ "ເຮົາ" ເມື່ອກ່າວເຖິງພຣະຢາເວ.

ເຈົ້າ​​ຢຳເກງ​ພຣະເຈົ້າ

ນີ້ຫມາຍເຖິງການເຄົາລົບພຣະເຈົ້າຢ່າງເລິກເຊິ່ງ ແລະ ການສະແດງຄວາມນັບຖືນັ້ນໂດຍການເຊື່ອຟັງພຣະອົງ.

ເຫັນວ່າ

"ເພາະເຮົາເຫັນວ່າ"

ເຈົ້າ​ນັ້ນບໍ່ໄດ້​ຫວງ​ແຫນລູກຊາຍ​​ຂອງ​ເຈົ້າ.....ຈາກ​ເຮົາ

"ເຈົ້າບໍ່ໄດ້ຫວງແຫນລູກຊາຍຂອງເຈົ້າ ... ຈາກເຮົາ." ປະໂຫຍກນີ້ສາມາດຖືກເວົ້າໃນຮູບແບບໃນທາງບວກ. ອາດແປໄດ້ອີກວ່າ: "ເຈົ້າເຕັມໃຈທີ່ຈະສະຫລະລູກຊາຍຂອງເຈົ້າ ... ກັບເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublenegatives)

ລູກຊາຍ​​ຂອງ​ເຈົ້າ, ລູກຊາຍພຽງຄົນດຽວ​ຂອງເຈົ້າ

ມັນຫມາຍຄວາມວ່າ ພຣະເຈົ້າຮູ້ວ່າອັບຣາຮາມມີລູກຊາຍອີກຄົນອື່ນຄື, ອິດຊະມາເອນ. ສິ່ງນີ້ຢໍ້າວ່າອີຊາກເປັນລູກຊາຍ ທີ່ພຣະເຈົ້າສັນຍາວ່າຈະໃຫ້ອັບຣາຮາມ. ເບິ່ງວິທີທີ່ທ່ານແປວະລີທີ່ຄ້າຍຄືກັນຂໍ້ນີ້ໃນ 22:1. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)