lo_tn/gen/22/01.md

3.4 KiB

ເຖິງເວລາ

ວະລີນີ້ຖືກນຳໃຊ້ຢູ່ນີ້ ເພື່ອຫມາຍຈຸດເລີ່ມຕົ້ນຂອງພາກໃຫມ່ຂອງບົດເລື່ອງ. ຖ້າພາສາຂອງທ່ານມີວິທີການໃນການເວົ້າສັບນີ້, ທ່ານສາມາດນຳໃຊ້ທີ່ນີ້ໄດ້. (ເບິ່ງເພີ່ມເຕີມ: rc://*/ta/man/translate/writing-newevent)

ພາຍຫລັງສິ່ງເຫລົ່ານີ້

ວະລີນີ້ກ່າວເຖິງເຫດການຕ່າງໆທີ່ຢູ່ໃນບົດທີ 21.

ພຣະເຈົ້າ​ຊົງໄດ້ທົດ​ລອງ​ອັບຣາຮາມ

ມັນຫມາຍຄວາມວ່າພຣະເຈົ້າທົດສອບອັບຣາຮາມເພື່ອເບິ່ງວ່າອັບຣາຮາມຈະຊື່ສັດຕໍ່ລາວ. ຄວາມຫມາຍເຕັມຂອງຄຳນີ້ ສາມາດເວົ້າໄດ້ຢ່າງຈະແຈ້ງຂື້ນ. ອາດແປໄດ້ອີກວ່າ: ພຣະເຈົ້າໄດ້ທົດສອບຄວາມຊື່ສັດຂອງອັບຣາຮາມ” (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຂ້ານ້ອຍ​ຢູ່ທີ່ນີ້

"ແມ່ນແລ້ວ, ຂ້ານ້ອຍກຳລັງຟັງຢູ່" ຫລື "ແມ່ນແລ້ວ, ມັນແມ່ນຫຍັງ?"

ລູກຊາຍ​ພຽງຄົນ​ດຽວຂອງເຈົ້າ

ຫມາຍຄວາມຄືວ່າພຣະເຈົ້າຮູ້ວ່າອັບຣາຮາມມີລູກຊາຍຄົນອື່ນຄື, ອິດຊະມາເອນ. ສິ່ງນີ້ເນັ້ນຫນັກວ່າອີຊາກເປັນລູກຊາຍ ທີ່ພຣະເຈົ້າສັນຍາວ່າຈະໃຫ້ອັບຣາຮາມ. ຄວາມຫມາຍເຕັມຂອງ ຄຳນີ້ສາມາດເວົ້າໄດ້ຢ່າງຈະແຈ້ງຂື້ນ. ອາດແປໄດ້ອີກວ່າ: "ລູກຊາຍຄົນດຽວຂອງເຈົ້າທີ່ເຮົາໄດ້ສັນຍາໄວ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຜູ້​ທີ່​ເຈົ້າ​ຮັກ

ສິ່ງນີ້ເນັ້ນເຖິງຄວາມຮັກຂອງອັບຣາຮາມ ທີ່ມີຕໍ່ອີຊາກລູກຊາຍຂອງລາວ.

​ແຄວ້ນ​ໂມຣິຢາ

"ແຜ່ນດິນທີ່ເອີ້ນວ່າໂມຣິຢາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ຜູກອານລໍຂອງເຂົາ

"ເອົາສິ່ງຂອງຂື້ນຫລັງລາຂອງລາວ" ຫລື "ເອົາໃສ່ລາຂອງລາວສິ່ງທີ່ລາວຈຳເປັນສຳລັບການເດີນທາງ"

ຊາຍຫນຸ່ມ

"ຄົນຮັບໃຊ້"

ເລີ້ມຕົ້ນການເດີນທາງຂອງເພິ່ນ

"ເລີ່ມຕົ້ນການເດີນທາງຂອງລາວ" ຫລື "ເລີ່ມຕົ້ນການເດີນທາງ"