lo_tn/gen/21/22.md

5.0 KiB

ໃນ​ເວ​ລານັ້ນ

ສຳນວນນີ້ຫມາຍເຖິງຈຸດເລີ່ມຕົ້ນພາກໃຫມ່ຂອງບົດ. ຖ້າພາສາຂອງທ່ານມີສັບດັ່ງກ່າວນີ້, ທ່ານສາມາດພິຈາລະນານຳ ໃຊ້ທີ່ນີ້ໄດ້. (ເບິ່ງເພີ່ມເຕີມ: rc://*/ta/man/translate/writing-newevent)

ຟິໂກນ

ນີ້ແມ່ນຊື່ຂອງຜູ້ຊາຍຄົນຫນຶ່ງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

​ແມ່​ທັບ

"ຜູ້ບັງຄັບບັນຊາກອງທະຫານ"

ແມ່​ທັບ​ຂອງ​ເພິ່ນ

ຄຳນີ້ "ຂອງເພິ່ນ" ຫມາຍເຖິງ ອາບີເມເຫລັກ.

ພຣະເຈົ້າ​ສະຖິດ​ຢູ່​ກັບ​ເຈົ້າ. ໃນທຸກສິ່ງທີ່​ເຈົ້າ​​ເຮັດ

ໃນນີ້ວະລີທີ່ວ່າ "ຢູ່ກັບເຈົ້າ" ແມ່ນສຳນວນທີ່ຫມາຍຄວາມວ່າພຣະເຈົ້າຊ່ວຍ ຫລື ອວຍພອນອັບຣາຮາມ. ອາດຈະແປໄດ້ອີກວ່າ: "ພຣະເຈົ້າອວຍພອນທຸກສິ່ງທີ່ເຈົ້າເຮັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ສະນັ້ນ ບັດນີ້

ຄຳວ່າ "ບັດນີ້" ບໍ່ໄດ້ຫມາຍຄວາມວ່າ "ໃນເວລານີ້," ແຕ່ຖືກໃຊ້ເພື່ອດຶງດູດຄວາມສົນໃຈ ຕໍ່ຈຸດສຳຄັນທີ່ຕິດຕາມມາ. ອາດແປໄດ້ອີກວ່າ: "ເພາະສະນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຈົ່ງ​ປະຕິຍານ​ຕໍ່ເຮົາໃນ​ທີ່​ນີ້​ໂດຍ​ພຣະເຈົ້າ​

ນີ້ແມ່ນສຳນວນຫນຶ່ງ ສຳລັບການໃຫ້ຄຳສາບານ ໂດຍໃຫ້ມີສິ່ງສັກສິດເປັນພະຍານ, ໃນຕົວຢ່າງນີ້ແມ່ນຫມາຍເຖິງພຣະເຈົ້າ. ອາດແປໄດ້ອີກວ່າ: "ສັນຍາກັບເຮົາ ໂດຍໃຫ້ພຣະເຈົ້າເປັນພະຍານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ທີ່ ເຈົ້າ​ຈະ​ບໍ່​ປະພຶດຢ່າງຜິດໆກັບເຮົາ

"ທີ່ເຈົ້າ​ຈະ​ບໍ່​ຕົວະເຮົາ"

​ຈະ​ບໍ່​ປະພຶດຢ່າງຜິດ.....​ກັບເຊື້ອສາຍທັງຫລາຍ​ຂອງເຮົາ

ປະໂຫຍກນີ້ສາມາດເປັນຮູບແບບທາງບວກ. ອາດແປໄດ້ອີກວ່າ: "ຈະປະຕິບັດກັບຂ້ອຍ ແລະ ລູກຫລານຂອງຂ້ອຍຢ່າງສັດຊື່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublenegatives)

ຈົ່ງ​ສະແດງແກ່ເຮົາ...​ແກ່ດິນແດນ​ຊຶ່ງເຈົ້າກຳລັງອາໄສ​ຢູ່​ນີ້

ຊາຍທັງສອງໄດ້ເຮັດພັນທະສັນຍາເຊິ່ງກັນ ແລະ ກັນ. ຄຳນາມທີ່ບໍ່ມີຕົວຕົນ "ຄວາມຊື່ສັດ" ສາມາດຖືກກ່າວເຖິງວ່າ "ຊື່ສັດ" ຫລື "ຈົງຮັກພັກດີ". ອາດແປໄດ້ອີກວ່າ: "ຈົ່ງຊື່ສັດຕໍ່ຂ້ອຍ ແລະແຜ່ນດິນ ຄືກັບທີ່ຂ້ອຍເຄີຍເຮັດຕໍ່ເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ແຜ່ນດິນ

ໃນນີ້ຄຳວ່າ "ແຜ່ນດິນ" ຫມາຍເຖິງປະຊາຊົນ. ອາດແປໄດ້ອີກວ່າ: "ປະຊາຊົນຂອງແຜ່ນດິນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ປະຕິຍານ

ປະໂຫຍກນີ້ສາມາດເປັນຂໍ້ມູນເພື່ອເຮັດໃຫ້ເຮົາເຂົ້າໃຈ. ອາດແປໄດ້ອີກວ່າ: "ຂ້າພຣະເຈົ້າສາບານວ່າທ່ານຈະສັດຊື່ຕໍ່ທ່ານ ແລະປະຊາຊົນຂອງທ່ານ ຄືກັບທີ່ທ່ານເຄີຍເຮັດຕໍ່ຂ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)