lo_tn/gen/21/17.md

2.5 KiB

ສຽງຂອງເດັກນັ້ນ

"ສຽງຂອງເດັກຊາຍ." ຢູ່ທີ່ນີ້ຄຳວ່າ “ສຽງ” ຫມາຍເຖິງສຽງຂອງເດັກຜູ້ຊາຍຮ້ອງໄຫ້ ຫລື ເວົ້າ. ອາດແປໄດ້ອີກວ່າ: "ສຽງຂອງອິດຊະມາເອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ທູດສະຫວັນຂອງພຣະເຈົ້າ

"ທູດສົ່ງຂ່າວຂອງພຣະເຈົ້າ" ຫລື "ທູດຂອງພຣະເຈົ້າ"

ຈາກທ້ອງຟ້າ

ໃນນີ້ຄຳວ່າ "ທ້ອງຟ້າ" ຫມາຍເຖິງສະຖານທີ່ທີ່ພຣະເຈົ້າສະຖິດ.

ເຈົ້າ​ມີ​ຄວາມ​ເດືອດຮ້ອນ​ຫຍັງ?

"ມີຫຍັງຜິດປົກກະຕິ" ຫລື "ເປັນຫຍັງເຈົ້າຈິ່ງຮ້ອງໃຫ້"

​ສຽງ​ເດັກນັ້ນເຂົາຢູ່ໃສ

ຢູ່ທີ່ນີ້ຄຳວ່າ “ສຽງ” ຫມາຍເຖິງສຽງຂອງເດັກຜູ້ຊາຍຮ້ອງໄຫ້ຫລື ເວົ້າ. ອາດແປໄດ້ອີກວ່າ: "ສຽງຂອງເດັກຊາຍທີ່ນອນຢູ່ທີ່ນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຍົກເດັກນັ້ນຂຶ້ນ

"ຊ່ວຍເດັກຄົນນັ້ນ"

ເຮົາ​ຈະ​ເຮັດໃຫ້​ເຂົາເປັນຊົນຊາດ​ທີ່ຍິ່ງໃຫຍ່ຊົນຊາດຫນຶ່ງ

ການທີ່ຈະເຮັດໃຫ້ອິດຊະມາເອນ ກາຍເປັນປະເທດທີ່ຍິ່ງໃຫຍ່ ຫມາຍຄວາມວ່າພຣະເຈົ້າຈະໃຫ້ລູກຫລານຫລາຍຄົນ ຊຶ່ງຈະກາຍເປັນຊົນຊາດໃຫຍ່. ອາດແປໄດ້ອີກວ່າ: "ເຮົາຈະເຮັດໃຫ້ລູກຫລານຂອງລາວກາຍເປັນຊົນຊາດທີ່ຍິ່ງໃຫຍ່" ຫລື "ເຮົາຈະເຮັດໃຫ້ລາວກາຍເປັນບັນພະບຸຣຸດຂອງຊົນຊາດທີ່ຍິ່ງໃຫຍ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)