lo_tn/gen/21/12.md

2.6 KiB

ຢ່າ​ອຸກໃຈ​ເພາະ​ເດັກຄົນນັ້ນເລີຍ, ແລະ ເພາະຄົນ​ຮັບໃຊ້​ຍິງ​ຂອງເຈົ້າ

"ຢ່າ​ອຸກໃຈ​ເພາະ​ເດັກຄົນນັ້ນເລີຍ ແລະ ​ຍິງຮັບໃຊ້​ຂອງເຈົ້າ"

ຈົ່ງຟັງຄຳຂອງນາງໃນທຸກສິ່ງທີ່ນາງເວົ້າແກ່ເຈົ້າໃນເລື່ອງນີ້

ໃນນີ້ຄຳວ່າ “ຄຳ” ຫມາຍເຖິງສິ່ງທີ່ຖືກເວົ້າ. ອາດແປໄດ້ອີກວ່າ: "ເຮັດທຸກສິ່ງທີ່ຊາຣາເວົ້າກັບ ເຈົ້າກ່ຽວກັບພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເພາະ​ໂດຍ​ທາງ​ອີຊາກ​ເຊື້ອສາຍ​ຂອງເຈົ້າຈະມີຊື່ສຽງ

ວະລີທີ່ວ່າ "ຈະມີຊື່" ຫມາຍຄວາມວ່າຄົນທີ່ເກີດມາຜ່ານອີຊາກ ແມ່ນຜູ້ທີ່ພຣະເຈົ້າຖືວ່າເປັນເຊື້ອສາຍທີ່ລາວໄດ້ສັນຍາໄວ້ກັບອັບຣາຮາມ. ປະໂຫຍກນີ້ສາມາດເປັນຮູບແບບກະທຳ. ອາດແປໄດ້ອີກວ່າ: "ອີຊາກແມ່ນຜູ້ທີ່ຈະເປັນບັນພະບຸຣຸດຂອງບັນດາລູກຫລານ ທີ່ເຮົາສັນຍາວ່າຈະໃຫ້ເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ເຮົາ​ຈະ​ເຮັດໃຫ້​​ລູກຊາຍ​ຂອງ​ຍິງຮັບໃຊ້​ຄົນນັ້ນເປັນ​ປະເທດ​ຫນຶ່ງດ້ວຍ

ຄຳວ່າ “ປະເທດ” ຫມາຍຄວາມວ່າພຣະເຈົ້າຈະໃຫ້ລາວມີເຊື້ອສາຍຫລວງຫລາຍ ເພື່ອໃຫ້ພວກເຂົາກາຍເປັນປະຊາຊາດທີ່ຍິ່ງໃຫຍ່. ອາດແປໄດ້ອີກວ່າ: "ເຮົາຈະເຮັດໃຫ້ລູກຊາຍຂອງຜູ້ຮັບໃຊ້ກາຍເປັນພໍ່ຂອງຊາດທີ່ຍິ່ງໃຫຍ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)